ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ເສີມຄວາມປອດໄພໃຫ້ກັບ Facebook ຂອງທ່ານ ດ້ວຍເທັກນິກນ້ອຍໆ

How To..., social media

ເຊຶ່ອວ່າຫລາຍຄົນທີ່ເຂົ້າມາອ່ານບົດຄວາມ ຫລື ເຂົ້າມາຊົມເວັບໄຊຕ໌ແຫ່ງນີ້ ຈະຕ້ອງມີບັນຊີ Facebook ເປັນຂອງໂຕເອງກັນຫມົດທຸກຄົນ. ສະນັ້ນມື້ນີ້ເລີຍຈະມາແນະນຳວິທີການນ້ອຍໆ ທີ່ຈະມາຊ່ວຍເສີມທັບຄວາມປອດໄພໃຫ້ກັບບັນຊີ Facebook ຂອງທ່ານໃຫ້ປອດໄພຂຶ້ນ. ວິທີການທີ່ຈະມາແນະນຳມື້ນີ້ກໍ່ຄື ການເຂົ້າລະຫັດການໃຊ້ງານໃຫ້ເປັນ HTTPS ຕະຫລອດເວລາ ແລະ ການແຈ້ງເຕືອນຫາກມີການລັອກອິນໂດຍຄອມພິວເຕີ ຫລື ອຸປະກອນອື່ນໆ.

ມາເລີ່ມຕົ້ນກັນເລີຍ, ກ່ອນອື່ນຕ້ອງບອກກ່ອນວ່າທັງສອງຢ່າງນີ້ຢູ່ບ່ອນຕັ້ງຄ່າອັນດຽວກັນສະນັ້ນຈຶ່ງຈະບອກກັນແບບລວດດຽວເລີຍ.

  1. ເຂົ້າໄປລັອກອິນບັນຊີ Facebook ຂອງທ່ານຕາມປົກກະຕິ ແລະ ກໍ່ຄິກໄປທີ່ Account ຕາມດ້ວຍການເລື່ອນລົງມາທີ່ Account Settings
  2. ຫລັງຈາກນັ້ນກໍ່ເລືອນລົງມາທີ່ຫົວຂໍ້ Account Security ແລ້ວກໍ່ຄິກທີ່ Change ທາງດ້ານຂວາມື ຂອງຫົວຂໍ້ນັ້ນ, ຫລື ຈະຄິກທີ່Account Security ກໍ່ໄດ້ເຊັ່ນກັນ.
  3. ຫລັງຈາກນັ້ນກໍ່ຈະເຫັນ ຫົວຂໍ້ດັ່ງກ່າວຢືດລົງມາ ແລ້ວກໍ່ຈະມີຕົວເລືອກໃຫ້ເລືອກໃນການຕັ້ງຄ່າ ໃຫ້ເລືອກເອົາຕາມເອົາດັ່ງຮູບທີ່ເຫັນໃນຮູບຂ້າງລຸ່ມນີ້, ສ່ວນລາຍລະອຽດຂອງແຕ່ລະໂຕແມ່ນຢູ່ທ້າຍສຸດຂອງບົດຄວາມ.

  • Secure Browsing (https)
    • Browse Facebook on a secure connection (https) whenever possible: ຫມາຍເຖິງ ການເຂົ້າລະຫັດຄວາມປອດໄພດ້ວຍ Protocol (HTTPS) ໃນທຸກໆຫນ້າຂອງ Facebook ບໍ່ສະເພາະແຕ່ຍາມ ລັອກອິນເທົ່ານັ້ນ. ເຊິ່ງປະຈຸບັນ Twitter ກໍ່ສາມາດເຮັດໄດ້ແລ້ວ.
  • When a new computer or mobile device logs into this account:
    • Send me an email: ໂຕເລືອກນີ້ຫມາຍຄວາມວ່າຫາກມີການລັອກອິນ ຫລື ໃຊ້ງານບັນຊີ Facebook ຂອງທ່ານຈາກຄອມພິວເຕີເຄື່ອງອື່ນ ຫລື ຈະເປັນໂທລະສັບ ແລະອຸປະກອນອື່ນໆ ມັນກໍ່ຈະຖາມຫາຊື່ຂອງອຸປະກອນ ແຕ່ນັ້ນມັນບໍ່ສຳຄັນ. ມັນສຳຄັນທີ່ເວລາມີການລັອກອິນມັນຈະແຈ້ງເລກ IP ຂອງອຸປະກອນັ້ນໆມາໃຫ້ເຮົາທາງ Email ສະນັ້ນຫາກເວລາເຮົາໃຊ້ງານຢູ່ ແລ້ວມີເຄື່ອງອື່ນລັອກອິນບັນຊີຂອງເຮົາ ມັນກໍ່ຈະແຈ້ງມາ ແລ້ວເຮົາກໍ່ຈະສາມາດຮູ້ໄດ້ວ່າ ບັນຊີຂອງເຮົາຖືກໃຊ້ໂດຍຄົນອື່ນ.
    • Send me a text message: ສຳລັບໂຕເລືອກນີ້ ຂອງບາງຄົນອາດຈະບໍ່ມີ ຫາກບໍ່ມີການເຊື່ອມຕໍ່ເບີໂທລະສັບຂອງເຮົາ ເຂົ້າໄປຍັງ Facebook, ຫລັກການຂອງຕົວເລືອກນີ້ກໍ່ຄ້າຍໆຄືກັບຫລັກການສົ່ງຂໍ້ມູນໄປຫາອີເມວໃນເວລາມີການລັອກອິນ, ຈະຕ່າງກັນຢູ່ທີ່ ມັນຈະສົ່ງໄປຍັງໂທລະສັບມືຖືຂອງເຮົາແທນ.

ຈັງໃດກໍ່ນຳໄປຕັ້ງຄ່າບັນຊີ Facebook ຂອງທ່ານເອົາໄວ້ ຈະໄດ້ປອດໄພ ແລະ ຮູ້ໂຕທັນໃນເວລາມີຄົນອື່ນຫລັກໃຊ້ ຫລື ບັນຊີຖືກແຮັກໄປໃຊ້ງານ. ທີ່ສຳຄັນ ກໍ່ຢ່າລືມຕັ້ງລະຫັດຜ່ານທີ່ເດົາຍາກ ແລະ ຢ່າໄປບອກລະຫັດຜ່ານໃຫ້ກັບໃຜ. ໂອກາດຫນ້າຈະມາຂຽນກ່ຽວກັບ ເລືອງການຕັ້ງຄ່າຄວາມເປັນສ່ວນໂຕໃນ Facebook ເພຶ່ອບໍ່ໃຫ້ຄົນອື່ນທີ່ບໍ່ແມ່ນຫມູ່ຂອງເຮົາຮູ້ຂໍ້ມູນ ແລະ ການເຄື່ອນໄຫວຕ່າງໆຂອງເຮົາໃນ Facebook.

ລອງອ່ານກ່ຽວກັບ  ສ້າງສະຖານີວິທະຍຸອອນໄລ໌ ເອົາໄວ້ເປັນດີເຈເອງ ກັນດີກວ່າ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.