ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ລາຍລະອຽດເພີ່ມເຕີມ ກ່ຽວກັບ XY Lao Tablet (ສະເປັກ ແລະ ຮູບພາບ)

ຂ່າວໄອທີ, ແທັບເລັດ

ຫລາຍທ່ານອາດຈະໄດ້ເຫັນ ແທັບເລັດທີ່ຮອງຮັບການ ອ່ານ ແລະ ພິມພາສາລາວ ຈາກທາງ XY Mobile ທີ່ເພີ່ນໄດ້ສະແດງໃນງານ IT Festa 2011 ແລະ ຂ່າວທີ່ໄດ້ນຳສະເຫນີໄປກ່ອນຫນ້ານີ້. ເຊິ່ງລ່າສຸດທາງເວັບຂອງເພີ່ນກໍ່ໄດ້ອັບເດດຮູບ ແລະ ລາຍລະອຽດເພີ່ມເຕີມກ່ຽວກັບສະເປັກຂອງແທັບເລັດໂຕນີ້. ແຕ່ກໍບໍ່ຮູ້ເດັ່ນຊັດວ່າ ແທັບເລັດໂຕນີ້ຊືວ່າແນວໃດກັນແທ້,​ ແຕ່ຂ້າພະເຈົ້າກໍ່ຈະຂໍເອີ້ນວ່າ XY Tablet ກໍ່ແລ້ວກັນ.

ສຳລັບ XY Tablet ນີ້ຈະມາກັບສະເປັກທີ່ພໍໃຊ້ໄດ້ເຫມາະສົມກັບລາຄາ ເຊິ່ງລາຍລະອຽດມີດັ່ງລຸ່ມນີ້:

  • ຫນ້າຈໍ LED ຂຂະຫນາດ 7ນິ້ວ, ຄວາມລະອຽດ 1024 x 600 ພິກເຊວ.
  • ຫນ່ວຍປະມວນຜົນ (CPU) 800 MHZ.
  • Ram DDR  128MB ຈຳນວນ 4 ໂຕ ລວມທັງຫມົດ 512MB.
  • ລະບົບປະຕິບັດການ Android 2.2.
  • ຫນ່ວຍຄວາມຈຳໃນໂຕເປັນ e-MMC Flash ຂະຫນາດ 8GB.
  • ສາມາດເພີ່ມຄວາມຈຳພາຍນອກ ດ້ວຍ T-Flash Card (Micro SD Card) ໄດ້ສູງເຖິງ 32GB
  • ຮອງຮັບການເຊື່ອມຕໍ່ໄຮ້ສາຍ ແບບ 3G( WCDMA, EVDO, TD-SCDMA).
  • ສາມາດໃຊ້ໂທອອກ ແລະ ຮັບສາຍໄດ້ຜ່ານເຄຶອຂ່າຍ 3G UMTS/HSPA (850/1900/2100MHz) ແລະ GSM/GPRS/EDGE (850/900/1800/1900 MHz).
  • ຮອງຮັບການສົນທະນາທາງໂທລະສັບ ຜານຫູຟັງ Bluetooth, ຫລື ຊຸດຫູຟັງໄດ້.
  • ຮອງຮັບການເຊື່ອມຕໍ່ WI-FI (802.11 b/g) (ຂໍຕິຢູ່ບ່ອນວ່າ ດຽວນີ້ຫນ້າໃຊ້ 802.11 n ໄດ້ແລ້ວ.)
  • Bluetooth V2.1+ EDR
  • ແບັດເຕີລີ່ຄວາມຈຸ 4200mAh, 3.7V 15.5Wh, Lithium Polymer (ບໍ່ໄດ້ແຈ້ງວ່າໃຊ້ງານໄດ້ຕໍ່ເນື່ອງຈັກຊົ່ວໂມງ).
  • ຊ່ອງສຽບຫູຟັງ 3.5 ມມ.
  • ມີລຳໂພງ ແລະ ມີໄມໃນໂຕ.
  • ມີກ້ອງຫນຶ່ງໂຕດ້ານຫນ້າຄວາມລະອຽດ 1.3ລ້ານພິກເຊວ.
  • ຮອງຮັບຄີບອດພາຍນອກ (ຕາມລາຍງານ).
  • ຮອງຮັບການອ່ານ ແລະ ພິມພາສາລາວໄດ້.
  • ຕົວເຄື່ອງກວ້າງ 126ມມ, ຍາວ 197ມມ ແລະມີຄວາມຫນາ 13.8ມມ.
  • ນ້ຳຫນັກຂອງຕົວເຄື່ອງ 310 ກຼາມ.
  • ລາຄາແມ່ນ $320

ທີ່ມາ – XY Mobile

 

ລອງອ່ານກ່ຽວກັບ  Google ເພີ່ມບໍລິການ ໃຫ້ໂທຟຼີເທິງຫນ້າເວັບ Gmail

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ເບິ່ງຈາກສະເປັກແລ້ວ ນ່າສົນຈ ຕ້ອງໄປຈັບຈອງເປັນເຈົ້າຂອງຈັກເຄື່ອງກ່ອນ

    1. ເກັມກໍ່ຮອງຮັບຂອງ Android ທັງຫມົດທີ່ເປັນເກມອອກມາສຳລັບ Android 2.2 ສຳລັບມີຂາຍຢູ່ໃສນັ້ນຍັງບໍ່ຮູ້ ເພາະເພິ່ນຈະວາງຂາຍຊ່ວງປີໃຫມ່ລາວນີ້. ເອົາໄວ້ລາຍລະອຽດຈະມາອັບເດດພາຍຫລັງເດີ່

Leave a Reply to Shinnobi Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.