ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Microsoft ຂາຍ Kinect ໄດ້ 10ລ້ານອັນ ແລະ Kinect ເກມ 10ລ້ານ Copy

ຂ່າວໄອທີ

ລ່າສຸດທາງ Microsoft ໄດ້ປະກາດ ຍອດຂາຍຂອງ Kinect ອຸປະກອນເສີມສຳລັບ ໃຊ້ຮ່າງກາຍເປັນໂຕຄວບຄຸມເກມ ໃນ Xbox 360 ໄດ້ທັງຫມົດເກີນ 10ລ້ານອັນແລ້ວ. ເຊິ່ງກ່ອນຫນ້ານີ້ກໍ່ມີການປະກາດອອກມາຄື: ປະກາດຄັ້ງທຳອິດແມ່ນມີຍອດຂາຍເຖິງ 1ລ້ານເຊິ່ງໃຊ້ເວລາພຽງ 10ວັນ ເທົ່ານັ້ນ, ການປະກາດຄັ້ງທີສອງກໍ່ຍັບຂຶ້ນໄປທີ່ 2.5ລ້ານອັນ ແລະ ການປະກາດຄັ້ງທີສາມກໍ່ໂດດຂຶ້ນໄປທີ່ 8ອັນ. ນອກຈາກການປະກາດຍອດຂາຍອຸປະກອນ Kinect ໃນຄັ້ງນີ້ແລ້ວ ທາງ Microsoft ຍັງປະກາດອີກວ່າ ເກມທີ່ຮອງຮັບລະບົບ Kinect ຍັງສາມາດຂາຍໄດ້ 10ລ້ານ copy ອີກດ້ວຍ.

ຕາມຄວາມເຫັນຂອງຜູ້ຂຽນແລ້ວ ດ້ວຍຍອດທີ່ຂະຫຍາຍໂຕຢ່າງໄວວານີ້ ອາດຈະເຮັດໃຫ້ເຮົາເຮົາໄດ້ເຫັນ Kinect ສຳລັບເຄື່ອງ PC ໄດ້ໃນອີກບໍ່ດົນນີ້ແນ່ນອນ.

ທີ່ມາ – Engadget

ລອງອ່ານກ່ຽວກັບ  MWC 2012: Asus ເປີດໂຕສະມາດໂຟນ Padfone

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.