ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Microsoft ຂໍໃຫ້ຜູ້ໃຊ້ ຢຸດການໃຊ້ Internet Explorer 6 ແລ້ວ

ຂ່າວໄອທີ

ລ່າສຸດ Microsoft ເລີ່ມໂຄງການນ້ອຍໆໃນວົງການເວັບບຼາວເຊີ. ເຊິ່ງໂຄງການນີ້ກໍ່ຄື ຂໍໃຫ້ຜູ້ໃຊ້ຢຸດໃຊ້ງານ Internet Explorer 6 ແລ້ວໃຫ້ປ່ຽນໄປເປັນເວີຊັ່ນທີ່ໃຫມ່ກວ່າ. ສຳລັບໂຄງການນີ້ແມ່ນຈະໃຫ້ຜູ້ພັດທະນາເວັບ ຫລື ຜູ້ທີ່ມີເວັບໄຊຕ໌ຕ່າງໆທົ່ວໂລກນຳເອົາໂຄ໊ດໄປແປະລົງໃນເວັບ ເພຶ່ອແຈ້ງເຕືອນຜູ້ໃຊ້ວ່າ ໄດ້ໃຊ້ Internet Explorer 6 ທີ່ເປັນບຼາວເຊີ່ທີ່ເກົ່າ ແລະ ທາງ Microsoft ຢຸດສະຫນັບສະຫນຸນໄປແລ້ວ ແລະ ແນະນຳໃຫ້ຕິດຕັ້ງ Internet Explorer ເວີຊັ່ນໃຫມ່ລົງໄປໃນເຄື່ອງແທນ.

ທາງ Microsoft ໄດ້ເຮັດເວັບໄຊຕ໌ຂຶ້ນມາສຳລັບໂຄງການນ້ອຍໆນີ້ ໂດຍໃສ່ຊື່ເວັບນີ້ຊື່ວ່າ IE6Countdown.com ເຊິ່ງໃນເວັບໄຊຕ໌ດັ່ງກ່າວຈະເປັນການນັບຖອຍຫລັງຍອດຂອງການໃຊ້ງານ IE 6 (Internet Explorer 6) ທົ່ວໂລກ ໃຫ້ເຫລຶອຫນ້ອຍກວ່າ 1% ເຊິ່ງປະຈຸບັນຍອດການໃຊ້ງານຂອງ IE6 ທົ່ວໂລກລຸດລົງເຫລືອທີ່ 12% ເຊິ່ງຖືວ່າຍັງເປັນໂຕເລກທີ່ສູງ ແລະປະເທດທີ່ໃຊ້ IE ຫລາຍທີ່ສຸດໃນຕອນນີ້ກໍ່ຄືປະເທດຈີນ ກວມເອົາທັງຫມົດ 34.5% ແລະອາເມລິກາຍັງເຫລຶອພຽງ 2% ຂອງຈຳນວນທີ່ເຫລຶອຢູ່.

Microsoft ໄດ້ກ່າວເຖິງສາມເຫດຂອງໂຄງການນີ້ວ່າ: Internet Explorer 6 ໄດ້ເກີດຂຶ້ນມາເປັນເວລາ 10 ກວ່າປີແລ້ວ ແລະ ປະຈຸບັນເປັນຍຸກຂອງມາດຕະຖານເວັບສະໄຫມໃຫມ່ ເຊິ່ງມັນເຖິງເວລາທີ່ຕ້ອງບອກລາ Internet Explorer 6 ແລ້ວ ແລະກໍ່ເພຶ່ອຊ່ວຍປະຍັດເວລາຂອງນັກພັດທະນາເວັບໄຊຕ໌ຕ່າງໆໄດ້ອີກດ້ວຍ.

ສຳລັບໂຄງການນີ້ເປັນໂຄງການທີ່ດີ ແລະ ຫນ້າສະຫນັບສະຫນຸນຫລາຍ ເພາະ Internet Explorer 6 ມັນບໍ່ເຫມາະສົມກັບມາດຕະຖານເວັບໃຫມ່ໆ ແຖມຍັງບໍ່ປອດໄພອີກດ້ວຍ. ສຳລັບຜູ້ອ່ານຄົນໃດທີ່ມີເວັບໄຊຕ໌ຢູ່ ແລ້ວຢາກນຳໂຕກວດເຊັກ ແລະແນະນຳຜູ້ເຂົ້າຊົມເວັບ ອັດເດດ Internet Explorer ໃຫ້ເປັນເວີຊັ່ນສູງກວ່າ ເວີຊັ່ນ 6 ກໍ່ສາມາດເຂົ້າໄປທີ່ເວັບໄຊຕ໌ IE6Countdown.com ແລ້ວນຳໂຄ໊ດໄປແປະລົງເວັບໄຊຕ໌ໄດ້ເລີຍ ແລ້ວຫາກຜູ້ເຂົ້າຊົມເວັບທີ່ໃຊ້ງານ IE6 ຢູ່ ກໍ່ຈະເຫັນການແຈ້ງເຕືອນໃຫ້ອັບເດດຂຶ້ນມາຕາມຮູບດ້ານລຸ່ມນີ້ຂຶ້ນມາ ເຊິ່ງເວັບໄຊຕ໌ຂອງພວກເຮົາກໍ່ໄດ້ເພີ່ມລົງໄປແລ້ວ ຫາກໃຜທີ່ເຂົ້າມາແລ້ວເຫັນແບບຮູບດ້ານລຸ່ມນີ່ ກໍ່ແນະນຳໃຫ້ພາກັນອັບເດດເປັນເວີຊັ່ນໃຫມ່ກວ່າ ຈະເປັນການດີ.

ເວັບໄຊຕ໌ໃນຂ່າວ – IE6Countdown.com

ລອງອ່ານກ່ຽວກັບ  ຂ່າວລື Hp-slate windows7 ຈະວາງຕະຫລາດ ຕຸລານີ້

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.