ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ມາແລ້ວ ເຄື່ອງມືໃນການ Jailbreak iOS 4.3 ສຳລັບ Apple TV

ຂ່າວດ່ວນ

ຫລັງຈາກທີ່ Apple ໄດ້ປ່ອຍ iOS 4.3 ອອກໄປມື້ວານນີ້ ມາຮອດມື້ນີ້ກໍ່ມີເຄື່ອງມື Jailbreak iOS 4.3 ອອກມາທັນທີ (ແຮັກເກີດຸຫມັ່ນກັນແທ້ໆ) ໂດຍຊື່ແມ່ນ Seas0nPass. ຢ່າງໃດກໍ່ຕາມ ຕອນນີ້ຍັງເປັນພຽງແຕ່ເວີຊັ່ນສຳລັບ Jailbreak Apple TV ເທົ່ານັ້ນ, ສຳລັບເວີຊັ່ນ iPhone, iPad, iPod touch ຍັງເປັນ Alpha ຢູ່ ແລະອາດຈະປ່ອຍອອກມາໃຫ້ ບັນດານັກແຮກຄຸກທັງຫລາຍໄດ້ໂຫລດ ໄປໃຫ້ iDevice ແຮັກຄຸກຂອງ ສາສະດາກັນໄວໆນີ້. ເຊິ່ງວິດີໂອ ທ້າຍຂ່າວນີ້ກໍ່ເປັນ iPad ທີ່ລັນ iOS 4.3 ແລະສາມາດ Jailbreak ໄດ້ແລ້ວ.

ສົນໃຈສາມາດເຂົ້າໄປດາວໂຫລດເຄື່ອງມືໄດ້ທີ່: http://files.firecore.com/SP/Seas0nPass.zip

ວິທີການ Jailbreak ແມ່ນເຂົ້າໄປທີ່: http://support.firecore.com/entries/387605

ທີ່ມາ – 9to5Mac

Seas0nPass

ລອງອ່ານກ່ຽວກັບ  ພົບສິ້ນສ່ວນກອບຈໍຂອງ iPad 2 ເຊິ່ງບອກໃຫ້ຮູ້ວ່າ ຈະມີລຸ້ນທີ່ເປັນສີຂາວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.