ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ເຄື່ອງຕົ້ນແບບ iPhone 4 ຄວາມຈຸ 64GB ປາກົດໂຕໃນປະເທດຈີນ

ຂ່າວໄອທີ

ຕາມທີ່ເຮົາທຸກຄົນຮູ້ແລ້ວວ່າ iPhone 4 ນັ້ນຈະມີສອງຄວາມຈຸ ຄື 16GB ແລະ 32GB ເທົ່ານັ້ນ. ແຕ່ລ່າສຸດເວັບໄຊຕ໌ MicGadget ໄດ້ນຳວິດີໂອ ເຄື່ອງຕົ້ນແບບ iPhone 4 ທີ່ມີຄວາມຈຸ 64GB ເຊິ່ງຫນ້າຕາຂອງມັນເປັນລຸ້ນດຽວກັບທີ່ Gizmodo ໄດ້ພົບເຈີກ່ອນການເປີດໂຕ iPhone 4 ຢາງເປັນທາງການ. ສຳລັບລຸ້ນທີ່ MicGadget ໄດ້ພົບເຫັນນີ້ ທາງດ້ານຫລັງຈະບໍ່ໄດ້ບອກວ່າເປັນ iPhone 4 ລຸ້ນ 64GB ເພາະມັນຈະເປັນ XXGB. ສ່ວນ model number ຈະເປັນ 995-6049LL ທີ່ໃຊ້ງານ iOS 4.1 ເຊິ່ງຄວາມຈຸທີ່ເຊັກພາຍໃນເຄື່ອງນັ້ນ ມີຄວາມຈຸ 59.1GB. ນອກຈາກນັ້ນ ປຸ່ມເອົາສຽງຂຶ້ນ ແລະ ເອົາສຽງລົງນັ້ນ ກໍ່ບໍ່ມີເຄື່ອງຫມາຍໃດໆ ເຊິ່ງລຸ້ນທີ່ອອກວາງຂາຍນັ້ນຈະມີຮອຍ (+) ແລະ (-).

ຢ່າງໃດກໍ່ຕາມ ການທີ່ພົບເຫັນເຄື່ອງຕົ້ນແບບໃນເທຶ່ອນີ້ ກໍ່ເຮັດໃຫ້ຮູ້ວ່າ Apple ພະຍາຍາມຈະອອກ iPhone 4 ລຸ້ນ 64GB ແຕ່ອາດຈະຕິດດ້ວຍບັນຫາໃດຫນຶ່ງ ຈຶ່ງບໍ່ສາມາດອອກລຸ້ນ 64GB ໄດ້. ນອກນັ້ນ ກໍ່ຍັງມີຄວາມເປັນໄປໄດ້ວ່າ iPhone ລຸ້ນຕໍ່ໄປອາດຈະມີລຸ້ນ 64GB ອອກມາໃຫ້ຜູ້ໃຊ້ໄດ້ເຫັນກັນກໍ່ເປັນໄດ້.

ສາມາດເບິງວິດີໂອທ້າຍຂ່າວໄດ້ ເພຶ່ອລາຍລະອຽດເພີ່ມເຕີມ

ທີ່ມາ – MicGadget

ລອງອ່ານກ່ຽວກັບ  HP ຊື້ HyperSpace ບູ໊​ດໂນດ​ບຸ໊​ກ​ພາຍໃນ 10 ວິນາທີ.

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.