ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ລາຍລະອຽດກ່ຽວກັບ iPad 2. ຊິບ A5, ກ້ອງ HD, iOS 4.3

ຂ່າວໄອທີ, ແທັບເລັດ

ລ່າສຸດ Apple ກໍ່ໄດ້ເປີດໂຕ iPad 2 ແລ້ວໃນງານທີ່ຫາກໍຈົບລົງໄປບໍຫລາຍຊົ່ວໂມງນີ້. ສິ່ງທີ່ເຮັດໃຫ້ຫລາຍຄົນຕື່ນຕາຕື່ນໃຈ ກໍ່ຄື iPad 2 ມີສອງສີ ຄື ສິຂາວ ແລະ ສີດຳ ເຊິ່ງກ່ອນຫນ້ານີ້ກໍ່ມີ ຮູບລຸດອອກມາເປັນສິ້ນສ່ວນກອບຈໍຂອງ iPad 2. ແລະສຳລັບລາຍລະອຽດຂອງ iPad 2 ມີດັ່ງລຸ່ມນີ້.

ໂຕເຄື່ອງຍາວ 9.50ນິ້ວ ແລະກວ້າງ 7.31ນິ້ວ, ຄວາມບາງຢູ່ທີ 8.8mm ເຊິ່ງບາງກວ່າ iPhone 4 ແລະ ບາງກວ່າ iPad ລຸ້ນເກົ່າເຖິງ 33% ແຖມຍັງເບົ່າກວ່າ ດ້ວຍນ້ຳຫນັກທີ່ 601 ກຼາມ (607ກຼາມສຳລັບລຸ້ນ 3G). ໃຊ້ CPU A5 1GHz ປະຢັດໄຟເທົ່າກັບ CPU A4 ໄວຂຶ້ນເຖິງ 2ເທົ່າ ແລະມີຄວາມໄວໃນການປະເມີນຜົນພາບເຖິງ 9ເທຶ່ອຈາກລຸ້ນເກົ່າ. ມີກ້ອງ ສອງໂຕ ຫນ້າແລະຫລັງ. ສຳລັບກ້ອງຫລັງແມ່ນສາມາດບັນທຶກວິດີໂອໄດ້ລະດັບ HD 720p ແລະສາມາດຖ່າຍຮູບ ທີ່ຂະຫຍາຍເຂົ້າໄດ້ເຖິງ 5x, ສ່ວນກ້ອງຫນ້າແມ່ນສາມາດບັນທຶກວິດີໄດ້ ຄຸນນະພາບລະດັບ VGA 30 Frame ສາມາດບອກສະຖານທີ່ໃນວິດີໂອ ແລະ ຮູບພາບໄດ້ຜ່ານທາງ Wifiໄດ້ ແລະ ແນ່ນອນຮອງຮັບ Facetime ອີກດ້ວຍ.

iPad 2 ໃຊ້ແບັດເຕີລີ ເປັນ lithium-polymer ສາມາດໃຊ້ງານຕໍ່ເນື່ອງໄດ້ 10ຊົ່ວໂມງໃນການເຊື່ອມຕໍ່ WIFI ແລະ 9ຊົ່ວໂມງສຳລັບການເຊື່ອມຕໍ່ 3G, ນອກນັ້ນ Steve Jobs ຍັງບອກໃນງານເປີດໂຕອີກວ່າ ສາມາດ Standby ໄດ້ເປັນເດືອນ. ຮອງຮັບ HDMI ໂດຍຜ່ານການເຊື່ອມຕໍ່ຜ່ານສາຍທີ່ Apple ເຮັດອອກມາຂາຍ ໃນລະຄາ $39 ເຊິ່ງຈະເປັນສາຍທີ່ຕໍ່ພວງເປັນສອງພອດຄື ພອດ HDMI ແລະ ກໍ່ພອດ 30-pin ປົກກະຕິ ເຊິ່ງສາມາດຊາກ ແລະເຊື່ອມຕໍ່ໄປສະແດງຜົນໄດ້ພ້ອມໆກັນ ແລະນອກນັ້ນ ຍັງມີໂຊບກັນຮອຍ ທີ່ໃຊືວ່າ Smart Cover ເຊິງເປັນໂສບທີ່ອອກມາສຳລັບ iPad 2 ໂດຍສະເພາະ ເຊິງມັນຈະມີແມ່ເຫລັກໃນໂຕ ແລະຍັງສາມາດສັ່ງປິດຫນ້າຈໍ iPad ໄດ້ທັນທີທີ່ນຳໄປປົກຫນ້າຈໍຂອງ ipad, ສຳລັບ Smart Cover ມີມາໃຫ້ເລືອກເຖິງ 10ສີ ສອງລາຄາ ຄືແບບທຳມະດາລາຄາ $39 ແລະ ແບບຫນັງລາຄາ $69 ເທົ່ານັ້ນ. ການເຊື່ອມຕໍ່ແບບໄຮ້ສາຍກໍ່ເປັນ WIFI 802.11a/b/g/n ສຳລັບລຸ້ນທີ່ເປັນ 3G ນັ້ນກໍ່ຮອງຮັບທັງ GSMU: MTS/HSDPA/HSUPA (850, 900, 1900, 2100 MHz); GSM/EDGE (850, 900, 1800, 1900 MHz) ແລະ CDMA EV-DO Rev. A (800, 1900 MHz).

ສຳລັບ iPad 2 ນີ້ຈະແບ່ງອອກເປັນ ສອງສີຄື: ສີຂາວ ແລະ ສີດຳ. ທັງສອງສີຈະແບ່ງອອກເປັນ ສອງລຸ້ນ ຄືລຸ້ນ WIFI ແລະ ລຸ້ນທີ່ຮອງຮັບ 3G. ເຊິ່ງທັງສອງລຸ້ນກໍ່ມີຫນ່ວຍຄວາມຈຳໃຫ້ເລືອກ 3ຂະຫນາດ ຄື 16GB, 32GB ແລະ 64GB; ລາຄາລຸ້ນ WIFI ເລີ່ມຕົ້ນທີ່ $499 ເຖິງ $699 ແລະລຸ້ນ 3G WIFI ຈະເລີ່ມຕົ້ນທີ່ $629 ເຖິງ $829. ເຊິ່ງ iPad 2 ນີ້ຈະມາກັບ iOS 4.3 ແລະຈະເລີ່ມວາງຂາຍໃນອາເມລິກາ ວັນທີ່ 11ມີນານີ້. ສ່ວນປະເທດອື່ນໆອີກ 26ປະເທດນັ້ນ ຕ້ອງຖ້າເປັນວັນທີ່ 25ມີນານີ້.

ລາຍລະອຽດເພີ່ມເຕີມ – www.apple.com/ipad

ລອງອ່ານກ່ຽວກັບ  ຍອດຂາຍ IPAD ມື້ທໍາອິດທະລຸສາມເເສນເຄື່ອງ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.