ເລື່ອງລາວຂອງ TECH, STARTUP, ແລະ DIGITAL

iOS 4.3 ມາແລ້ວ ມາໄວກວ່າທີ່ປະກາດໄວ້ ໃນງານ KeyNote iPad 2

ຂ່າວໄອທີ

ບໍ່ຮູ້ວ່າເປັນຂໍ້ຜິດພາດປະການໃດ ຫລື ດ້ວຍເຫດໃດກໍ່ຕາມ ປະຈຸບັນ Apple ໄດ້ປ່ອຍ iOS 4.3 ໃຫ້ຜູ້ໃຊ້ດາວໂຫລດ ແລະ ອັບເກຼດ ຢ່າງເປັນທາງການແລ້ວ. ເຊິ່ງຕາມທີ່ປະກາດໄວ້ໃນງານ KeyNote iPad 2 ນັ້ນແມ່ນທາງ Apple ຈະປ່ອຍ iOS 4.3 ອອກມາໃຫ້ຜູ້ໃຊ້ອັບເກຼດກັນໃນວັນທີ່ 11ມີນາ ນີ້ ເຊິ່ງເປັນມື້ດຽວກັບ ມື້ວາງຂາຍ iPad 2. ຄວາມສະມາດທີ່ເພີ່ມເຂົ້າມາຫລັກໆກໍ່ມີຄື:

  • Personal Hotspot ສຳລັບ iPhone 4 ເຮັດໃຫ້ແບງປັນອິນເຕີເນັດໃຫ້ອຸປະກອນອື່ນໆໄດ້.
  • iTunes Home Sharing ສາມາດຫລິ້ນເພງໃນ iTunes ທີ່ມີຢູ່ໃນ Mac ຫລື PC ໄດ້.
  • ຮອງຮັບການສະແດງຜົນ Videos app, iPod app, Photos, YouTube, Safari ເທິງຫນ້າຈໍພາຍນອກໄດ້ລະອຽດເຖິງ 720p.
  • ບຼາວເຊີ່ Safari ທີ່ໄວຂຶ້ນດ້ວຍ Nitro JavaScript engine.
  • ເພີ່ມຄວາມສາມາດໃຫ້ກັບ AirPlay ສາມາດສະແດງຮູບ ຫລື ເຂົ້າຊົມເວັບໄຊຕ໌ ໂດຍສະແດງຜົນໃນ Apple TV ໄດ້.
  • ສາມາດລັອກການຫມຸນຂອງຈໍໄດ້.
  • ປັບປຸງຂໍ້ບົກຜ່ອງໃນລຸ້ນກ່ອນຫນ້ານີ້ ແລະ ຄຸນສົມບັດອື່ນໆອີກ

ຢ່າງໃດກໍ່ຕາມເມຶ່ອມັນອອກມາແລ້ວ ກໍ່ໃຫ້ທຸກຄົນໄປອັບເກດກັນໄດ້ ຕັ້ງແຕ່ມື້ນີ້ເປັນຕົ້ນໄປ, ລຸ້ນທີ່ຮອງຮັບການອັບເກດ iOS 4.3 ນີ້ໄດ້ແກ່: iPad, iPhone 3GS, iPhone 4, iPod touch 3G ແລະ iPod touch 4G. ແຕ່ສຳລັບ iPhone 3GS ແລະ iPhone 4 ເຄື່ອງລັອກນັ້ນ ຕອນນີ້ຍັງບໍ່ສາມາດອັບເກດໄດ້ ຫາກເຜີໄປອັບເກດກໍ່ຕຽມແປງລ່າງ iPhone ເປັນ iPod Touch ໄດ້ເລີຍ 😀

ທີ່ມາ – Engadget

 

ລອງອ່ານກ່ຽວກັບ  Motorola Xoom ມີໂຄສະນາອອກມາແລ້ວ ພ້ອມເຄາະລາຄາທີ່ $800

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.