ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Internet Explorer 9 ເວີຊັ່ນເຕັມ ພ້ອມໃຫ້ດາວໂຫລດແລ້ວ

ຂ່າວໄອທີ

ລ່າສຸດ Microsoft ໄດ້ປ່ອຍ Internet Explorer 9 ເວີຊັ່ນສົມບູນ ອອກມາໃຫ້ຜູ້ໃຊ້ ໄດ້ດາວໂຫລດ ແລະ ອັບເດດໄປໃຊ້ງານກັນຮຽບຮ້ອຍແລ້ວ ໃນບໍ່ຫລາຍຊົ່ວໂມງທີ່ຜ່ານມາ.

ໃນເວີຊັ່ນນີ້ກໍ່ບໍ່ມີຫຍັງແຕກຈາກເວີຊັ່ນ RC ທີ່ຖືກປ່ອຍອອກມາກ່ອນຫນ້ານີ້ບໍ່ດົນ. ແຕ່ທີ່ເພີ່ມເຂົ້າມານັ້ນ ເປັນການນຳເອົາ icon ຂອງເວັບ ມາເປັນ icon ສະແດງເທິງ Task Bar ເພຶ່ອຈັດເປັນເວັບທີ່ມັກ ຫລື Shortcut ສຳລັບ ເຂົ້າເວັບນັ້ນໆ. ວິທີການກໍ່ພຽງດຶງເອົາແທບ ຫລື ແທບຫນ້າເວັບທີ່ສະແດງຢູ່ ລົງໄປວາງໃນ​ Task Bar ເທົ່ານີ້ກໍ່ຈະສາມາດບັນທຶກ Shortcut ຫລື ເວັບທີ່ມັກໄວ້ໄດ້ແລ້ວ.

ດາວໂຫລດ – http://www.beautyoftheweb.com/

ລອງອ່ານກ່ຽວກັບ  Microsoft ໂຊ Street Slide ແຂ່ງກັບ Street View

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.