ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ອອກ Google TV Remote ສຳລັບ iPhone ແລ້ວ

iOS Apps, ຂ່າວໄອທີ

ບໍ່ມີພຽງແຕ່ໂທລະສັບ ຫລື ແທັບເລັດ Android ເທົ່ານັ້ນທີ່ຈະສາມາດຄວບຄຸມ ຫລື ເປັນລີໂມດຂອງ Google TV ໄດ້, ເພາະລ່າສຸດທາງ Google ໄດ້ປ່ອຍ Google TV Remote ສຳລັບ iPhone ລົງສູ່ App Store ເປັນທີ່ຮຽບຮ້ອຍແລ້ວ.

ສຳລັບ Google TV Remote ນີ້ກໍ່ຄື App ສຳລັບຄວບຄຸມ ຫລື ເປັນລີໂມດຂອງ Google TV  ທີ່ຈະໃຫ້ຜູ້ໃຊ້ ສາມາດຄວາມຄຸມ Google TV ໄດ້ຕາມຕ້ອງການ ບໍ່ວ່າຈະເປັນການເປີດປິດ, ເລືອກລາຍການ ແລະ ອື່ນໆໄດ້ເທົ່າທຽມກັບ ລີໂມດ ທີ່ມາກັບ Google TV ເຄື່ອງນັ້ນໆ. ນອກຈາກນັ້ນ Google TV Remote ສຳລັບ iPhone ຍັງມີສາມາດສັ່ງງານດ້ວຍສຽງໄດ້ອີກດ້ວຍ, ແລະ ປະຈຸບັນຜູ້ໃຊ້ສາມາດເຂົ້າໄປດາວໂຫລດ Google TV Remote for iPhone ໄດ້ແລ້ວທີ່ App Store.

ອຸປະກອນ ແລະລະບົບປະຕິບັດການທີ່ຮອງຮັບ:

  • iPhone, iPod touch ແລະ iPad
  • iOS 3.0 ຂຶ້ນໄປ

ດາວໂຫລດ: http://itunes.apple.com/us/app/google-tv-remote/id422137859

ທີ່ມາ – Google TV Blog

ລອງອ່ານກ່ຽວກັບ  Google ອັບເດດແອັບຯ Google Translate ໃນ iOS ແລ້ວ (ຮອງຮັບພາສາລາວ)

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.