ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ປ່ອຍ GarageBand ສຳລັບ iPad ລົງໃນ App Store ແລ້ວ

ຂ່າວໄອທີ

ຫລັງຈາກທີ່ ອັບເດດ iMovie ໃຫ້ກັບ iPad 2 ແລະ iPhone ໄປແລ້ວ, ຕໍ່ມາກໍ່ເປັນການປ່ອຍ GarageBand App ສຳລັບນັກດົນຕີ, ນັກແຕ່ງເພງຕ່າງໆ ລົງໄປໃນ App Store ຮຽບຮ້ອຍແລ້ວ ໃນລາຄາ $4.99 ເທົ່ານັ້ນ. ສຳລັບ GarageBand ທີ່ອອກມານີ້ ຈະສາມາດໃຊ້ໄດ້ສະເພາະໃນ iPad ທີ່ໃຊ້ລະບົບປະຕິບັດການ iOS 4.2 ຂຶ້ນໄປ ເທົ່ານັ້ນ. ແຕ່ໂຊກຍັງດີ ທີ່ iPad 1 ກໍ່ຍັງສາມາດໃຊ້ງານ ​GarageBand ໄດ້ເຊັ່ນກັນ. ຄວາມສາມາດຫລັກໆໃນ GarageBand For iPad ນີ້ກໍ່ຈະເປັນການປະດິດສຽງດົນຕີໃນແບບຕ່າງໆ ເຊັ່ນ: ກອງ, ໂອແກນ, ກິຕ່າ ແລະອື່ນໆ ໂດຍສາມາດໃຊ້ປະສົມປະສານກັບດົນຕີຕ່າງໆ ຫລື ເພງອື່ນໆໄດ້ອີກດ້ວຍ.

ນອກນັ້ນ ຜູ້ໃຊ້ຍັງສາມາດ ສົ່ງໂປຼເຈັກທີ່ກຳລັງຕັດຕໍ່ ຫລື ແຕ່ງໃນ GarageBand For iPad ໄປຍັງ GarageBand ໃນເຄື່ອງ Mac ແລະ ຍັງສາມາດ Export ໄປຍັງ iTunes ໄດ້ທັນທີ ທັງເຄື່ອງ Mac ແລະ PC ທີ່ສຳຄັນ ຫລັງຈາກຕັດຕໍ ຫລື ຕົບແຕ່ງແລ້ວ ສາມາດສົ່ງອີເມວໄດ້ໂດຍກົງຈາກ iPad.

ລາຍລະອຽດ ເພີ່ມເຕີມ ແລະ ສາມາດດາວໂຫລດ ໄດ້ທີ່: http://itunes.apple.com/us/app/garageband/id408709785

ລອງອ່ານກ່ຽວກັບ  [ບໍ່ຕ້ອງຖ້າອີກຕໍ່ໄປ] iPhone 4 ສີຂາວ ເລີ່ມວາງຂາຍຢ່າງເປັນທາງການແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.