ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ມາໃຊ້ງານ Facebook ໃນ iPad ດ້ວຍ Friendly Facebook for iPad

FREE WARE, iOS Apps

ຜູ້ໃຊ້ iPad ຫລື ຄົນທີ່ຫລິ້ນ Facebook ສ່ວນໃຫຍ່ອາດຈະໃຊ້ Facebook for iPhone ທີ່ມັນຂະຫຍາຍໃຫຍ່ເປັນສອງເທົ່ຈາກ iPhone. ຜູ້ໃຊ້ບາງຄົນກໍ່ໃຊ້ງານທາງຫນ້າເວັບປົກກະຕິ ເຊິ່ງອາດຈະບໍ່ຕອບໂຈດໃນການໃຊ້ iPad ຫາກໃຊ້ງານ Facebook ໂດຍຜ່ານຫນ້າເວັບ :D. ສະນັ້ນ ທາງເວັບຈຶ່ງມາແນະນຳ Friendly Facebook for iPad App ດີໆທີ່ຈະໃຫ້ທ່ານໃຊ້ງານ Facebook ຜ່ານ App ໄດ້ແບບມີປະສິດທິພາບ.

Friendly Facebook for iPad ເປັນ App ທີ່ອອກມາສຳລັບໃຊ້ງານ Facebook ໃນ iPad ໂດຍສະເພາະ, ແລະເປັນ App ຍອດນິຍົມສຳລັບ iPad ໄປແລ້ວໃນປະຈຸບັນ. ຄວາມສາມາດຫລັກໆຂອງ Friendly Facebook for iPad ກໍ່ຄື:

  • ສາມາດອ່ານສະຖານະການອັບເດດ ຂອງຫມູ່ ແລະ ຮອງຮັບການເບິງຮູບແບບເຕັມຈໍ.
  • ຮອງຮັບການແຊັດກັບຫມູ່ໃນ Facebook ທີ່ອອນໄລນ໌ຢູ່.
  • ສາມາດອັບໂຫລດ ແລະ ດາວໂຫລດຮູບຈາກ Facebook ໄດ້.
  • ສາມາດປັບສີໃຫ້ເປັນສີຕ່າງໆໄດ້ຫລາກຫລາຍ ແລ້ວຍັງສາມາດເລືອກຟອນ ທີ່ຕົນເອງມັກໄດ້ອີກດ້ວຍ.
  • ງ່າຍສຳລັບການປ່ຽນຈາກບັນຊີຫນຶ່ງ ໄປຍັງບັນຊີຫນຶ່ງ ໂດຍບໍ່ຈຳເປັນຕ້ອງລັອກອິນໃຫມ່.
  • ປ້ອງກັນການໃຊ້ງານ App ຈາກຄົນອື່ນດ້ວຍການເຂົ້າລະຫັດດ້ວຍ PIN ສີ່ໂຕເລກ.

ເຫັນຄວາມສາມາດນີ້ແລ້ວ ທ່ານຈະຍັງໃຊ້ Facebook App ແບບ Double Size ຢູ່ຫລືບໍ່, ຫລື ຈະຍັງໃຊ້ຜ່ານຫນ້າເວັບຢູ່ຫລືບໍ່, ຫາກຍັງຫາຄຳຕອບບໍ່ໄດ້ ແນະນຳໃຫ້ໄປດາວໂຫລດມາລອງໃຊ້ໄດ້ເລີຍ ເພາະ Friendly Facebook for iPad ນີ້ແມ່ນຟຼີ.

ອຸປະກອນ ແລະ ລະບົບປະຕິບັດການທີ່ຮອງຮັບ:

  • iPad ແລະ iPad 2
  • ລະບົບປະຕິບັດການ iOS 3.2 ຂຶ້ນໄປ

ດາວໂຫລດ: http://itunes.apple.com/us/app/friendly-facebook-for-ipad/id400169658

ລອງອ່ານກ່ຽວກັບ  Google+ ສຳລັບ iOS ອັບເດດແລ້ວ ຮອງຮັບ Hangout ຜ່ານ iDevices ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.