ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Lao-Tablet ແທັບເລັດໂຕທຳອິດ ໃນປະເທດລາວ ຈາກ XY Mobile

ຂ່າວໄອທີ, ແທັບເລັດ

ລ່າສຸດໃນງານ IT Festa ທີ່ຈັດຂຶ້ນໃນມະຫາວິທະຍາໄລແຫ່ງຊາດ ເຂດໂສກປາຫລວງ ທີ່ຜ່ານມາ, ທາງ XY Mobile ໄດ້ເປີດໂຕ ແທັບເລັດຂະຫນາດ 7ນິ້ວ ທີ່ໃຊ້ລະບົບປະຕິບັດການ Android ເຊິ່ງມີສະເປັກດັ່ງນີ້:

  • CPU ເປັນ Qualcomm 800MHZ
  • Ram 512MB
  • ຮອງຮັບ Wi-Fi, 3G ແລະ Bluetooth
  • ມີພອດ USB
  • HDMI ສຳລັບຕໍ່ອອກສູ່ຈໍສະແດງຜົນພາຍນອກ
  • ສາມາດຫລິ້ນວິດີໂອແບບ HD ໄດ້
  • ຄວາມທີ່ຮອງຮັບ 3G UMTS/HSPA (850/1900/2100MHz) ແລະ GSM/GPRS/EDGE (850/900/1800/1900 MHz)
  • ສາມາດອ່ານພາສາລາວ ແລະ ມີ Key Board ພາສາລາວໃຫ້ນຳ.
  • ລະບົບປະຕິບັດການ Android 2.2

ນອກນັ້ນທາງ XY Mobile ຍັງໄດ້ບອກອີກວ່າ ຈະເລີ່ມວາງຂາຍ ແທັບເລັດໂຕນີ້ ໃນຊ່ວງປີໃຫມ່ລາວນີ້ໃນລາຄາ $330 ເທົ່ານັ້ນ.ຕາມຄວາມຄິດເຫັນຂອງຂ້າຜູ້ຂຽນແລ້ວ ຫນ້າຈະລຸດລາຄົງລົງອີກຫນ້ອຍຫນຶ່ງ ເພາະສັງເກດລາຄາແລ້ວ ຖືວ່າຍັງແພງຫລາຍ ສຳລັບຄົນລາວ ແຕ່ກໍ່ເຂົ້າໃຈຜູ້ຜະລິດ ແລະ ພັດທະນາ ທີ່ຕ້ອງໃຊ້ຕົ້ນທຶນສູງໃນການອອກແທັບເລັດໂຕນີ້. ແຕ່ລາຄາມັນກໍ່ຍັງບໍ່ຄັກໃຈຢູ່ດີ ເພາະວ່າ ຄັນສິວ່າຖືກ ກະບໍ່ຖືກ ສິວ່າແພງກໍ່ບໍ່ແພງປານໃດ, ແຕ່ກໍ່ດີໃຈທີ່ຜູ້ໃຊ້ທົວໄປຈະໄດ້ໃຊ້ ແທັບເລັດ ແລະ Smart Phone ທີ່ສາມາດອ່ານ ແລະ ພິມພາສາລາວໄດ້.

ທີ່ມາ – Vientianetimes

ລອງອ່ານກ່ຽວກັບ  ໄມໂຄຊອຟົທ໌ໂຊ Windows Live Essentials Wave4 ພ້ອມຟີເຈີລ໌ແຕ່ງພາບອັດຕະໂນມັດ

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ໄດ້ຂໍ້ມູນຊັດເຈນແລ້ວ .. ຢາກຮູ້ວ່າ ມີວາງຂາຍຢູ່ໃສບໍ?

  2. ອັນນີ້ຍັງບໍ່ຮູ້ ຄາດວ່າຄືຈະແມ່ນ ແຖມຕະຫລາດເຊົ້າ ຫລື ບໍ່ກໍ່ ຕາມຮ້ານຂາຍອຸປະກອນທີ່ກ່ຽວຂ້ອງ

  3. ໂອ໋….ແຈ່ມເລີຍ..ຫວັງວ່າລາຄາຄົງຈະບໍ່ກາຍຫລັກສີ່ ຖ້າກາຍນີ້ມີຫວັງຕ້ອງທຳການບ້ານໜັກ ເພາະກະແສຂອງແທັບເລັດກຳລັງມາແຮງ ທຸກເຈົ້າໃນແບນທີ່ດັງໆ ແລະຫຍີ່ຫໍ້ຕ່າງໆ ແມ່ນພາກັນຫັນໜ້າຫັນຕາລົງມາພັດທະນາ.
    ວ່າແຕ່ສາມາດອັບຈາກ Android 2.2 ເປັນ 2.3 ໄດ້ບໍນິ?

    1. ອາດເປັນໄປໄດ້ໃນອານາຄົດ ແຕ່ຄົງອາດຈະຊ້າ… ແຕ່ຈັງໃດກໍ່ຊົມເຊີຍ ເຫັນສະເປັກແລ້ວ ກໍ່ສູງສົມຄວນ ແຕ່ຫາກລາຄາຢູ່ $200-$250 ຄືຈະດີສຸດ ສຳລັບຄົນລາວ

    1. ອັນນີ້ກໍ່ຂຶ້ນກັບຜູ້ຜະລິດ… ແຕ່ເທົ່າທີເບິງແລ້ວບໍ່ສາມາດອັບເດດໄດ້. ຫາກຈະໄດ້ແທ້ໆ ສູງສຸດກໍ່ຈະເປັນ Android 2.3

    1. ກໍ່ຕາມລາຄາ ແລ້ວສະເປັກ ມັນກໍ່ໄດ້ສ່ຳນັ້ນ… ຫາກຢາກໃຊ້ Honeycomb ກະຊື້ Motorola Xoom 32GB WIFI ລາຄາ $599 ມາໃຊ້.

Leave a Reply to thypomepon Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.