ເລື່ອງລາວຂອງ TECH, STARTUP, ແລະ DIGITAL

FireFox 4 ອອກເວີຊັ່ນເຕັມ ສຳລັບ Android ແລະ Maemo ແລ້ວ

Android Apps, ຂ່າວໄອທີ, ໂທລະສັບ

ຫລັງຈາກທີ່ໄດ້ອອກ FireFox 4 ເວີຊັ່ນສົມບູນ ໃຫ້ຜູ້ໃຊ້ຄອມພິວເຕີແລ້ວ, ລ່າສຸດທາງ Mozilla ກໍ່ໄດ້ອອກ FireFox 4 ເວີຊັ່ນສົມບູນ ສຳລັບໂທລະສັບມືຖື ລະບົບປະຕິບັດການ Android ແລະ Maemo. ເຊິງທາງ Mozilla ບອກວ່າ FireFox 4 ສຳລັບ Android ແລະ Maemo ນີ້ຈະຄືກັບ FireFox 4 ເທິງຄອມພິວເຕີທຸກຢ່າງ ຈະຕ່າງກະພຽງແຕ່ການອອກແບບຫນ້າຕາໃຫ້ໃຊ້ງານເທິງມືຖືໄດ້ເທົ່ານັ້ນ.

FireFox 4 ສຳລັບ Android ແລະ Maemo ຈະມາກັບຄຸນສົມບັດທີ່ຫລາກຫລາຍຄື:

  • Stay in Sync ຜູ້ໃຊ້ຈະສາມາດ Sync ຂໍ້ມູນກັບ FireFox ທີ່ຢູ່ເທິງຄອມພິວເຕີໄດ້ ບໍ່ວ່າຈະເປັນ ປະຫວັດການເຂົ້າເວັບ, ການຈັດເກັບ User Name ແລະ Password, ລວມໄປເຖິງ Book Mark ແລະອື່ນໆ.
  • Type Less And Browse More ເປັນຄຸນສົມບັດທີ່ຈະແນະນຳເວັບ ຫລື ລິ້ງທີ່ທ່ານເຄີຍເຂົ້າຢ້ຽມຊົມມາກ່ອນ ໃນເວລາທີ່ທ່ານພິມຊື່ເວັບ.
  • Your Start Page ເປັນຄວາມສາມາດທີ່ຜູ້ໃຊ້ຈະສາມາດເປີດຫນ້າເວັບ ຫລື Tab ທີ່ເປີດໄວ້ລ່າສຸດເທິງຄອມພິວເຕີ, ແຕ່ຜູ້ໃຊ້ຕ້ອງໄດ້ Sync ຂໍ້ມູນກັບ FireFox ເທິງຄອມພິວເຕີກ່ອນ.
  • Add On ຮອງຮັບການເພີ່ມຄວາມສາມາດໃນ FireFox ດ້ວຍ Add On ຫລື ໂຕເສີມ.
  • Search Engines ມີບໍລິການຄົ້ນຫາໃຫ້ເລືອກໃຊ້ຈາກຜູ້ໃຫ້ບໍລິການຕ່າງໆ.
  • Dress Up Your Firefox ຮອງຮັບການປ່ຽນແປງຫນ້າຕາຂອງ FireFox ເທິງAndroid ແລະ Maemo ດ້ວຍ Theme.
  • ປັບປຸງໃຫ້ເຮັດວຽກເທິງລະບົບ Touch Screen ໄດ້ດີຂຶ້ນ, ສາມາດສະແດງຜົນແບບເຕັມຈໍ ແລະ ສາມາດຫຍໍ້ຂະຫຍາຍຄອນເທັ້ນເທິງຫນ້າເວັບໄດ້.
  • ມີການເພີ່ມເພີ່ມຄຸນສົມບັນ Tab ເຂົ້າມາ ເຊິ່ງຈະສະດວກໃນເວລາເຂົ້າຫລາຍໆເວັບ.
  • ການຈັດເກັບ Book Mark ທີ່ງ່າຍຂຶ້ນ.

ນອກນັ້ນ ທາງດ້ານປະສິດທິພາບອື່ນໆກໍ່ມີ:

  • FireFox 4 ສຳລັບAndroid ແລະ Maemo ຈະມີຄວາມໄວ ແລະ ສະຖຽນ ເນື່ອງຈາກເປັນການ ພອດຈາກເວີຊັ່ນຂອງຄອມພິວເຕີ່.
  • ສາມາດຄົ້ນຫາ ຕຳແຫນ່ງຮ້ານຄ້າ ສະຖານທີ່ຕ່າງໆ ທີ່ຢູ່ໄກ້ກັບຜູ້ໃຊ້ໃນຂະນະນັ້ນ.
  • ມີ Download Manager ຄ້າຍຄືກັບເວີຊັ່ນຂອງຄອມພິວເຕີ່, ແຕ່ຈະເຮັດວຽກໃນດ້ານຫລັງຂອງໂປຼແກຼມ ເຊິ່ງຈະບໍ່ຂຶ້ນມາລົບກວນ ຫລື ຂັດຈັງວະໃນຂະນະທີ່ທ່ອງເວັບຢູ່.
  • ຮອງຮັບການຈັດເກັບໄຟລ໌ PDF.
  • ສາມາດ ແບ່ງປັນຫນ້າເວັບຜ່ານ Facebook, Twitter ແລະອື່ນໆໄດ້.
  • ຮອງຮັບການຄົ້ນຫາຄຳໃນຫນ້າເວັບ.
  • ຮອງຮັບການລ້າງການຕັ້ງຄ່າເທິງຫນ້າເວັບໄດ້.

ທີ່ສຳຄັນ ຍັງມີ Password Manager ເພຶ່ອຈັດການ ຫລື ຈັດເກັບລະຫັດຜ່ານໃນຫນ້າເວັບໄດ້ ແລະ ຍັງມີ Automatic Updates ເພຶ່ອແຈ້ງເຕືອນເພຶ່ອອັບເດດ ທັນທີທີ່ມີການອັບເດດໃຫມ່ໆ. ຜູ້ໃຊ້ທີ່ໃຊ້ໂທລະສັບມືຖືລະບົບປະຕິບັດການ Android ແລະ Nokia N900 ກໍ່ສາມາດເຂົ້າໄປທີ່ Firefox.com/m ເພຶ່ອດາວໂຫລດ.

ທີ່ມາ – FireFox

ລອງອ່ານກ່ຽວກັບ  ມາແລ້ວ The New iPad, ແລະ ສິ່ງທີ່ທ່ານຕ້ອງການຮູ້ໃນ iPad ລຸ້ນນີ້.

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.