ເລື່ອງລາວຂອງ TECH, STARTUP, ແລະ DIGITAL

FireFox 4.0 ມີຍອດດາວໂຫລດ 7.1ລ້ານເທຶ່ອ ພາຍໃນ 24 ຊົວໂມງ

ຂ່າວໄອທີ

ໃນຂະນະທີ່ Microsoft ກຳລັງພູມໃຈ ໃນຍອດຂອງການດາວໂຫລດ Internet Explorer 9 ທີ່ມີຍອດດາວໂຫລດ 2.35 ລ້ານເທຶ່ອ ໃນ 24ຊົ່ວໂມງ, ເມຶ່ອໄດ້ຍິນຂ່າວນີ້ໄປ ທັງຜູ້ອ່ານອາດຈະຄິດວ່າ ຍອດຂອງ IE 9 ນັ້ນເປັນພຽງຍອດທີ່ຫນ້ອຍເລີຍກໍ່ວ່າໄດ້. ເພາະວ່າຍອດດາວໂຫລດ Firefox 4.0 ພາຍໃນ 24ຊົ່ວໂມງນັ້ນ ມີທັງຫມົດ 7.1ລ້ານເທຶ່ອ, ເວົ້າງ່າຍໆກໍ່ ສາມເທຶ່ອຂອງສະຖິຕິຍອດດາວໂຫລດ IE 9 ໃນມື້ທຳອິດ.

ນອກນັ້ນ ຍັງມີລາຍງານອີກວ່າ ຍອດຜູ້ໃຊ້ທີ່ອັບເດດຈາກ FireFox 4 RC ໄປເປັນລຸ້ນສົມບູນ ທີ່ອອກໃຫ້ດາວໂຫລດມື້ວານນີ້ ມີຈຳນວນຫລາຍກວ່າ 3ລ້ານກວ່າຜູ້ໃຊ້. ຢ່າງໃດກໍ່ຕາມ ເຖິງວ່າຍອດດາວໂຫລດ ຂອງ Firefox 4.0 ຈະມີສະຖິຕິ 7.1ລ້ານເທຶ່ອ ພາຍໃນ 24 ຊົວໂມງ ແຕ່ກໍ່ຍັງບໍ່ສາມາດ ທຳລາຍສະຖິຕິຂອງ FireFox 3 ໄດ້, ເພາະ FireFox 3 ມີສະຖິຕິດາວໂຫລດ 8ລ້ານກວ່າເທຶ່ອ ພາຍໃນ 24ຊົ່ວໂມງ.

ຫລັງຈາກທີ່ໄດ້ໃຊ້ FireFox 4.0 ແລ້ວ ຮູ້ສຶກວ່າ ເປັນຕາໃຊ້ ແລະ ກໍ່ງາມຂຶ້ນຫລາຍ, ເສຍຢ່າງດຽວຄື ກິນ Ram ຫລາຍຂຶ້ນ ເທົ່ານັ້ນ. ສຳລັບລາຍລະອຽດ ແລະ ດາວໂຫລດ Firefox 4.0 ສາມາດເຂົ້າໄປອ່ານໄດ້ທີ່ບົດຄວາມຜ່ານມາໄດ້ທີ່: http://www.souliyo.com/2011/03/firefox-4-0

ທີ່ມາ – Mozilla Blog

ລອງອ່ານກ່ຽວກັບ  FireFox 4 ອອກເວີຊັ່ນເຕັມ ສຳລັບ Android ແລະ Maemo ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.