ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Mozilla ປ່ອຍ Firefox 4.0 ເວີຊັ່ນສົມບູນ ໃຫ້ດາວໂຫລດແລ້ວ

FREE WARE, ຂ່າວໄອທີ

ຫລັງຈາກທີ່ໄດ້ອອກລຸ້ນ Beta ອອກມາສິບກວ່າໂຕ ແລະ ລຸ້ນ RC ອີກຫນຶ່ງໂຕ. ໃນທີ່ສຸດເວລານີ້ກໍ່ມາຮອດ ຄືເວລາຂອງການປ່ອຍ Firefox 4.0 ເວີຊັ່ນສົມບູນໃຫ້ດາວໂຫລດ.

ໂດຍ Firefox 4.0 ນີ້ກໍ່ບໍ່ມີຫຍັງແຕກຕ່າງຈາກລຸ້ນ beta ແລະ ລຸ້ນ RC ຫລາຍ, ແຕ່ຈະເປັນການປັບປຸງບັນຫາເລັກໆນ້ອຍໆ ແລະກໍ່ຫນ້າຕາການໃຊ້ງານ, ແຕ່ຄຸນສົມບັດທີ່ຜູ້ຂຽນມັກກໍ່ຄື ການປັບປຸງຫນ້າຕາ ແລະ ເລື່ອງ TAB, ເຊິ່ງຈະມີຢູ່ສາມຢ່າງດ້ວຍກັນຄື: App Tab, Switch-to-Tab ແລະ Tab Group.

ສຳລັບ App Tab ນັ້ນຈະເປັນການຟັງແທັບຫນ້າທີ່ມັກໄວ້ໃນ ໂຕ Firefox ເຊິ່ງຄ້າຍໆກັບ Pin Tab ຂອງ Google Chrome. ໂດຍວິທີການໃຊ້ງານກໍ່ພຽງຄິກຂວາ ໃສ່ແທັບທີ່ທ່ານຕ້ອງການເຮັດ App Tab ຫລື Pin Tab ນັ້ນ ແລ້ວກໍ່ເລືອກເອົາ Pin as App Tab ເທົ່ານີ້ກໍ່ຈະຈະໄດ້ App Tab ຂອງເວັບນັ້ນໆຕິດໃນ Fire Fox ແລ້ວ, ຫາກຍັງບໍ່ມີເວັບໃຫ້ທົດລອງກໍ່ສາມາດລອງຕິດເວັບໄຊຕ໌ຂອງເຮົາເປັນ App Tab ໃນ Firefox ຂອງທ່ານກໍ່ໄດ້ເຊັ່ນກັນ.

ຕໍ່ມາກໍ່ຄື Switch-to-Tab ສຳລັບຄຸນສົມບັດນີ້ ຖືວ່າຫນ້າສົນໃຈ ເພຶ່ອເຮົາຈະບໍ່ໄດ້ໂຫລດຫນ້າເວັບຊ້ຳໆ ທັ້ງໆທີ່ຍັງເປີດໃຊ້ງານຢູ່. ຍົກຕົວຢ່າງ ຫາກທ່ານກຳລັງຢູ່ຫນ້າຫລັກຂອງເວັບ SOULIYO.COM ແລ້ວທ່ານມີການເປີດໆຫລາຍໆແທັບຈົນເຮັດໃຫ້ລືມວ່າຕົນເອງເປີດຫນ້າເວັບນີ້ຢູ່ ແລ້ວກໍ່ເປີດແທັບໃຫມ່ແລ້ວກໍ່ພິມ SOULIYO.COM ລົງໃນຊ່ອງ Address Bar ມັນກໍ່ຈະມີ Switch-to-Tab ແລະຫາກທ່ານກົດ Enter ມັນກໍ່ຈະພາທ່ານໄປຫາແທັບໂຕນັ້ນໄດ້ທັນທີ ໂດຍບໍ່ຕ້ອງໂຫລດໃຫມ່.

ອັນສຸດທ້າຍຄື Tab Group ກໍ່ຄືການຈັດກຸ່ມໃຫ້ Tab ໃນ FireFox ເຊິ່ງຈະງ່າຍສຳລັບທ່ານທີ່ມັກເປີດຫລາຍໆແທັບ ຫລືຫລາຍໆຫນ້າເວັບ ເຊິ່ງສາມາດແຍກເປັນກຸ່ມໄດ້, ເຊິ່ງອາດຈະເຮັດເປັນກຸ່ມລະສິບແທັບ ຫລື ສິບຫນ້າເວັບ. ວິທີການກໍ່ງ່າຍໆຄືການຄິກຂວາ ແລ້ວກໍ່ເລືອກທີ່ Move to Group ແລ້ວກໍ່ເລືອກລາຍຊື່ກຸ່ມທີ່ທ່ານໄດ້ສ້າງຂຶ້ນ ຫາກຍັງບໍ່ມີກໍ່ເລືອກທີ່ New Group ເພຶ່ອສ້າງກຸ່ມໃຫມ່. ເຊິ່ງນັ້ນສ່ຳກັບວ່າ ທ່ານເປີດ Firefox ຫລາຍໆໂຕ ທີ່ແຕ່ລະໂຕມີແທັບຫລາຍສິບແທັບ.

ສຸດທ້າຍຂໍແຖມ ເຊິ່ງຫລາຍຄົນອາດຈະເຈີປັນຫານີ້ ເຊັ່ນດຽວກັບຜູ້ຂຽນເອງ ນັ້ນກໍ່ຄື Add on Bar ທີ່ຢູ່ຕີນບຼາວເຊີບໍ່ເຫັນ, ເຊິ່ງໃນ Firefox ເວີຊັ່ນ 4 ນີ້ຈະປິດ Add on Bar ໄວ້. ເຊິ່ງຫາກຜູ້ໃຊ້ຄົນໃດມັກໃຊ້ Echofon ຫລື Add on ໂຕອື່ນໆທີ່ຢູ່ສ່ວນຕີນຂອງ Firefox ນັ້ນສາມາດເຮັດໄດ້ດວ້ຍການກົດ ( Ctrl + \ ) ສຳລັບການເປີດແລະປິດ.

ລາຍລະອຽດເພີ່ມເຕີມສຳລັບ FireFox 4.o ສາມາດເຂົ້າໄປໄດ້ທີ່ http://www.mozilla.com/en-US/firefox/features/

ລອງອ່ານກ່ຽວກັບ  ສ້າງ Avatar ສືບສາຍພັນ Android Robot ດ້ວຍ Androidify

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ຄິດວ່າດີ ສາມາດເຊື່ອມອິນເຕີເນັດ ເຂົ້າຫາເວບສຕ່າງໆໄດ້ໄວ ກວ່າບັນດາບຣາວເຊີຕ່າງໆ ທີ່ເຄີຍໃຊ້ມາ
    ຂອບໃຈ

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.