ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Facebook ເລີ່ມປ່ອຍຄຸນສົມບັດ Facebook Questions ໃຫ້ກັບຜູ້ໃຊ້ແລ້ວ

social media, ຂ່າວໄອທີ

ລ່າສຸດ Facebook ໄດ້ອອກຟີເຈຼີ ຫລື ຄຸນສົມບັດໃຫມ່ ໃຫ້ກັບຜູ້ໃຊ້ ນັ້ນກໍ່ຄື Facebook Questions, ເຊິ່ງຄຸນສົມບັດນີ້ຈະຖືກເພີ່ມເຂົ້າໄປໃນຫນ້າໂປຼໄຟລ໌ ແລະເປັນສ່ວນຫນຶ່ງໃນການອັບເດດສະຖານະຂອງຜູ້ໃຊ້ ໃນໂຫມດຄຳຖາມ ທີ່ມີຄຳຕອບໃຫ້ຫມູ່ເພື່ອນຂອງຜູ້ໃຊ້ເລືອກຕອບ ຕາມທີ່ຕັ້ງອອກມາ, ຄ້າຍຄືກັບແບບສຳຫລວດ ຫລື Poll ນັ້ນເອງ ນອກຈາກຈະເລືອກຄຳຕອບໄດ້ແລ້ວ ຫມູ່ຂອງທ່ານຍັງສາມາດເພີ່ມຄຳຕອບເຂົ້າໄປ ໄດ້ອີກດ້ວຍ, ເພຶ່ອມີຄົນອື່ນທີ່ມີຄວາມເຫັນຕົງກັນກໍ່ຈະໄດ້ໂຫວດກັນຕໍ່ໆໄປ ແລະມີຫລາຍຄຳຕອບຈາກຫລາຍຄົນ.

ຄຸນສົມບັດນີ້ແມ່ນເລີມອອກໃຫ້ຜູ້ໃຊ້ຢ່າງເປັນທາງການແລ້ວ, ແລະເລີ່ມປ່ອຍໃຫ້ຜູ້ໃຊ້ແລ້ວບາງຊ່ວນ ເຊິ່ງບາງທ່ານກໍ່ອາດຈະຍັງບໍ່ເຫັນຄຸນສົມບັດນີ້. ສຳລັບໃຜທີ່ຍັງບໍ່ເຫັນຄຸນສົມບັດ Facebook Questions ໃນ Facebook ຂອງທ່ານ ກໍ່ສາມາດເຂົ້າໄປທີ່ http://www.facebook.com/questions ເພຶ່ອຂໍໃຊ້ງານທັນທີ.

ຕົວຢ່າງການໃຊ້ງານກໍ່ຄື:​ ເວລາທີ່ທ່ານຕ້ອງການຖາມຫມູ່ເພື່ອນໃນ Facebook ກ່ຽວກັບເລື່ອງໃດຫນຶ່ງ ໂດຍມີຕົວເລືອກໃຫ້ຫມູ່ຂອງທ່ານໄດ້ເລືອກ,​ ເພຶ່ອຂໍຄວາມເຫັນສຽງສ່ວນໃຫຍ່ ຫລື ຄວາມຄິດເຫັນສ່ວນໃຫຍ່ຄິດວ່າແນວໃດ ແລະ ຫມູ່ກໍ່ຍັງສາມາດເພີ່ມຕົວເລືອກຂອງຄຳໄດ້ອີກດ້ວຍ ໃນກໍລະນີທີ່ບໍ່ຕ້ອງການເລືອກຫນຶ່ງໃນສິ່ງທີ່ທ່ານເຮັດອອກມາ.

ທ່ານສາມາດຖາມວ່າ: ຄວນຈະຄົບກັບຜູ້ຍິງຄົນນີ້ຕໍ່ໄປບໍ່​ ? ຫລັງຈາກນັ້ນກໍ່ເພີ່ມຕົວເລືອກຂອງຄຳຕອບເຂົ້າໄປວ່າ. ຄວນຄົບຕໍ່ໄປ ແລ້ວກ່ອງຕໍ່ໄປກໍ່ໃສ່ວ່າ ບໍ່ຄວນຄົບຕໍ່ໄປ ແລະ ອາດຈະເພີ່ມໄດ້ອີກວ່າ ແລ້ວແຕ່ໃຈ.

ການສ້າງຄຳຖາມຈະເປັນລັກສະນະແບບນີ້ ແລ້ວຫມູ່ຂອງທ່ານກໍ່ຈະມາຄິກຄຳຕອບ ເພຶ່ອຕອບຄຳຖາມຂອງທ່ານ. ຍົກຕົວຢ່າງຄຳຖາມທີ່ຕັ້ງຂຶ້ນມາຫລິ້ນໆເພຶ່ອທົດລອງ Facebook Questions ຂອງຂ້າພະເຈົ້າ ແມ່ນຈະເຫັນເປັນແບບຮູບລຸ່ມນີ້.

ທີ່ມາ – Facebook Questions

ລອງອ່ານກ່ຽວກັບ  Facebook ອັບເດດແອັບຯສຳລັບ iOS ພ້ອມຮອງຮັບ Timeline ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply to souliyo Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.