ເລື່ອງລາວຂອງ TECH, STARTUP, ແລະ DIGITAL

CF Card Reader ສຳລັບ iPad ແລະ iPad 2 ທີ່ນັກຖ່າຍຮູບຄວນມີ

Gadget

ສຳລັບນັກຖ່າຍຮູບ ທີ່ໃຊ້ກາດຄວາມຈຳ ແບບ CF Card ( Compact Flash Card ) ປະຈຸບັນຫາກຈະຕັດສິນໃຈຊື້ iPad ກໍ່ຍັງບໍ່ຊ້າໄປ ເພາະລ່າສຸດມີແກັດເຈັດຫນຶ່ງໂຕອອກມາ ຊື່ວ່າ CF Card Reader.

ສຳລັບ CF Card Reader ນີ້ຈະເປັນໂຕເຊື່ອມຕໍ່ຄ້າຍໆກັບ Camera Connection kit ຂອງ Apple ທີ່ເຮັດອອກມາຄູ່ກັບ iPad ແຕ່ສຳລັບ Camera Connection kit ຂອງ Apple ນັ້ນຈະຮອງຮັບພຽງແຕ່ກາດຄວາມຈຳແບບ SD Card ເຊິ່ງມັນບໍ່ເຫມາະສົມກັບ ນັກຖ່າຍຮູບມືອາຊີບທີ່ໃຊ້ກ໊ອງລະດັບ DSLR ທີ່ໃຊ້ກາດຄວາມຈຳແບບ CF Card ( Compact Flash Card ). CF Card Reader ຈະເປັນ Card Reader ທີ່ຮອງຮັບການຖ່າຍໂອນຮູບພາບ ແລະ ວິດີໂອ ຈາກ CF Card ໄປຍັງ iPad ຂອງຜູ້ໃຊ້. ເຊິ່ງຈາກຄວາມໄວທີ່ທົດສອບນັ້ນຄວາມໄວໃນການໃຊ້ງານແມ່ນຖືວ່າໄວພໍສົມຄວນ ແລະ ເຫມາະສົມທີ່ຈະເປັນໂຕເກັບຮູບພາບ ແລະ ພົກພາໄປນຳ ໃນເວລາໄປຖ່າຍຮູບນອກສະຖານທີ່ຕ່າງໆ ແທນທີ່ຂອງ Notebook ໄດ້.

ນອກນັ້ນ CF Card Reader ຍັງມາພ້ອມກັບພອດ USB 2.0 ອີກດ້ວນ, ແລະສຳລັບຊ່ອງ CF Card ນັ້ນຈະຮອງຮັບ CF Card ແບບ  UDMA ແລະ non-UDMA ດ້ວຍຄວາມໄວ ໃນການອ່ານແລະ ຂຽນຂໍ້ມູນທີ່ 133MB ຕໍ່ວິນາທີ.

ສຳລັບນັກຖ່າຍຮູບມືອາຊີບ ທີ່ມີ iPad ໃຊ້ຢູ່ບໍ່ວ່າຈະເປັນ iPad ຫລື iPad 2 ກໍ່ຕາມ ເພາະ CF card reader ຮອງຮັບ iPad ທັງສອງລຸ້ນທີ່ໃຊ້ລະບົບປະຕິບັດການ iOS 4.3 ຂຶ້ນໄປ. ສຳລັບລາຄານັ້ນຢູ່ທີ່ $29.90 ເທົ່ານັ້ນ.

ລາລະອຽດເພີ່ມເຕີມ – http://micgadget.com

ສັ່ງຊື້ໄດ້ທີ່​ – http://store.micgadget.com

ລອງອ່ານກ່ຽວກັບ  Rim ໂຕ້ກັບ Apple ປຽບທຽບຄວາມໄວ ບຼາວເຊີໃນແທັບເລັດ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.