ເລື່ອງລາວຂອງ TECH, STARTUP, ແລະ DIGITAL

RIM ມາຖືກທາງ ປະກາດຮອງຮັບ Android App ໃນ Blackberry PlayBook

ຂ່າວໄອທີ, ແທັບເລັດ

ລ່າສຸດທາງ RIM ໄດ້ປະກາດວ່າແທັບເລັດ PlayBook ຫລື Blackberry PlayBook ນັ້ນຈະຮອງຮັບການໃຊ້ງານ Application ທັງ Backberry App ແລະ Android App ໂດຍຜ່ານ optional app player, ເຊິ່ງໄດ້ກວມເອົາ App ທີ່ພັດທະນາຈາກພາສາ C/C++ , ຮອງຮັບ HTML5, Flash ແລະ AIR ອີກດ້ວຍ. ນັ້ນຫມາຍຄວາມ ຜູ້ໃຊ້ງານ Blackberry PlayBook ຈະສາມາດດາວໂຫລດ ແລະ ໃຊ້ງານ Android App ຈຳນວນຫລາຍກວ່າສອງແສນ App ທີ່ມີໃນຕອນນີ້.

ນອກນັ້ນທາງ RIM ຍັງໄດ້ອອກສຸດພັດທະນາ PlayBook SDK ທີ່ຮອງຮັບພາສາ C/C++ ເພຶ່ອພັດທະນາ App ແລະ ເກມເທິງ Blackberry PlayBook, ທັ້ງນີ້ທາງ RIM ຍັງບອກອີກວ່າ ສຳລັບການ ພອດ App ຫລື Game ຈາກ Blackberry ໄປລົງໃນ Android ຫລື ຈະເປັນ Android ມາລົງໃນ Blackberry ນັ້ນຈະສະມາດເຮັດໄດ້ງ່າຍ ແລະ ໄວຂຶ້ນ ເນື່ອງຈາກທັງສອງລະບົບມີຄວາມເຂົ້າກັນໄດ້ສູງ.

ຢ່າງໃດກໍໍ່ຕາມ Blackberry PlayBook ຈະຮອງຮັບການໃຊ້ງານ Android App ທີ່ເປັນຂອງ Android 2.3 ເທົ່ານັ້ນ, ຍັງບໍ່ໄດ້ກ່າວວ່າຈະຮອງຮັບ App ຂອງ Android 3.0 ຫລືບໍ່. ແຕ່ຕາມຄວາມເຫັນຂອງຜູ້ຂຽນແລ້ວ, ການເດີນເກມນີ້ ຖືວ່າ RIM ມາໄດ້ຖືກທາງ ແລະ ກໍ່ຈະເຮັດໃຫ້ Blackberry PlayBook ໄດ້ປຽບແທັບເລັດ Android ຫລາຍໆໂຕທີ່ອອກມາກ່ອນຫນ້ານີ້.

ທີ່ມາ – Engadget

ລອງອ່ານກ່ຽວກັບ  HTC ປະກາດ ປົດລັອກ Bootloader ໃຫ້ກັບຜູ້ໃຊ້ ຢ່າງເປັນທາງການແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.