ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Blackberry PlayBook ຂໍເຄາະລາຄາ ພ້ອມເປີດຈອງ ຕຽມສູ້ກັບ iPad 2

ຂ່າວໄອທີ, ແທັບເລັດ

ຫລັງຈາກທີ່ລໍຖ້າມາດົນ ສຳລັບ Blackberry PlayBook ເຊິ່ງຫາກບໍ່ອອກມາຕອນນີ້ ກະບໍ່ຮູ້ວ່າຈະໄດ້ອອກມາຕອນໃດແລ້ວ, ເພາະປະຈຸບັນທາງ RIM ໄດ້ເປິດໃຫ້ສັ່ງຈອງ Blackberry PlayBook ໃນຮ້ານຄ້າລາຍໃຫຍ່ BEST BUY ຂອງ Canada ແລະ ອາເມລິກາແລ້ວດ້ວຍລາຄາທີ່ພ້ອມຈະເປັນອີກທາງເລືອກ ແລະ ຍາດສ່ວນແບ່ງຂອງ iPad 2 ມາໄດ້.

ສຳລັບລຸ້ນ WIFI ນັ້ນແພງກວ່າ ຫລືເກືອບເທົ່າ iPad 2 ລຸ້ນ WIFI ເລີຍກໍ່ວ່າໄດ້ ເພາະມັນແພງກວ່າພຽງແຕ່ $0.99 ເທົ່ານັ້ນ ເພາະບໍ່ຕ້ອງການໃຫ້ຄົນອື່ນເວົ້າວ່າຕາມລາຄາ iPad ຢ່າງທີ່ Samsung ຫາກໍ່ປະກາດລາຄາ Samsung Galaxy Tab ໄປ. ເພາະລາຄາ Blackberry PlayBook ລຸ້ນ WIFI ນັ້ນເລີ່ມຕົ້ນທີ່ $499.99 ເທົ່ານັ້ນ ແລະ ຈະວາງຂາຍໃນວັນທີ 19 ເມສາ ທີ່ຈະຮອດນີ້.

ລາຍລະອຽດລາຄາ Blackberry PlayBook ລຸ້ນຕ່າງໆໆດັ່ງລຸ່ມນີ່:

  • Blackberry PlayBook (WiFi) ລຸ້ນ 16GB ລາຄາ $499.99
  • Blackberry PlayBook (WiFi) ລຸ້ນ 32GB ລາຄາ $599.99
  • Blackberry PlayBook (WiFi) ລຸ້ນ 64GB ລາຄາ $699.99

 

ຜູ້ຂຽນເອງກໍ່ຍັງບໍ່ເຂົ້າໃຈວ່າເປັນຫຍັງຫາກຈະຕັ້ງລາຄາໃຫ້ສ່ຳກັບ iPad 2 ແລ້ວ, ເປັນຫຍັງບໍ່ຕັ້ງໃຫ້ຖືກວ່າ ເພຶ່ອຈະໃຫ້ເປັນຕົວເລືອກທີ່ດີກວ່າ, ເພາະຫາກຕັ້ງລາຄາທີ່ເທົ່າກັນ ກໍ່ຈະເຮັດໃຫ້ຜູ້ບໍລິໂພກບ່ຽງໄປທາງ iPad 2 ຫລາຍກວ່າ ດ້ວຍຄວາມທີ່ມີ App ຫລາຍ ແລະ ຄວາມເປັນແບນດັງ.

ທີ່ມາ – Blackberry PlayBook, BestBuy

ລອງອ່ານກ່ຽວກັບ  BlackPad.com ເປັນຊື່ເວັບຂອງ ແທັບເລັດ ຈາກ Rim ?

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.