ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ປ່ອຍ iOS 4.3 GM ໃຫ້ນັກພັດທະນາ ກ່ອນປ່ອຍໃຫ້ອັບເດດ

ຂ່າວດ່ວນ

ລ່າສຸດ Apple ໄດ້ປ່ອຍ iOS 4.3 Gold Master ເຊິ່ງເປັນໂຕສຸດທ້າຍທີ່ປ່ອຍອອກມາ ໃຫ້ກັບນັກພັດທະນານຳໄປທົດລອງໃຊ້ເພຶ່ອຫາຂໍ້ຜິດພາດ ກ່ອນຈະປ່ອຍໃຫ້ຜູ້ໃຊ້ທົ່ວໄປດາວໂຫລດ ແລະ ອັບເດດກັນ. ສຳລັບ iOS 4.3 ໄດ້ນຳເອົາຟີເຈຼີ Personal Hotspot ເຂົ້າໄປໃນ iPhone 4 (GSM) ແລະ ຈະເລີ່ມປ່ອຍໃຫ້ອັບເດດກັນໃນວັນທີ່ 11ມີນານີ້ ພ້ອມກັບ iPad 2. ລຸ້ນທີ່ສາມາດອັບເດດໄດ້ມີ: iPhone 3GS, iPhone 4 (GSM), iPad, iPod touch 3rd ແລະ 4th Generation ເທົ່ານັ້ນ ແລະຄວາມສາມາດ Personal Hotspot ກໍຮອງຮັບພຽງ iPhone 4. ສຳລັບຜູ້ໃຊ້ທີ່ Jailbreak ແລະ ເປັນເຄື່ອງລັອກ ກໍ່ຢ່າຄິດລອງຂອງກ່ອນກໍ່ແລ້ວກັນ.

ທີ່ມາ – 9to5Mac

ລອງອ່ານກ່ຽວກັບ  iPhone ແລະ iPod touch ທີ່ໃຊ້ iOS 3.1.3 ບໍ່ສາມາດດາວໂຫຼດແອັບຯຜ່ານ App Store ໄດ້

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.