ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ເອົາໃຈຜູ້ທີ່ຫາກໍ່ຊື້ iPad 1 ດ້ວຍການ ຄືນເງິນຈຳນວນ $100

ຂ່າວດ່ວນ, ຂ່າວໄອທີ, ແທັບເລັດ

ລ່າສຸດຫລັງຈາກທີ່ Apple ໄດ້ຕັດລາຄາ iPad 1 ລົງ $100 ແລ້ວ, ທາງ Apple ຍັງປະກາດອີກວ່າ ຈະຄືນເງິນຈຳນວນ $100 ໃຫ້ຜູ້ທີ່ຫາກໍ່ຊື້ iPad 1 ໃນລາຄາເກົ່າ 14ວັນ ກ່ອນການເປີດໂຕ iPad 2 ເຊິ່ງນັ້ນຫມາຍຄວາມວ່າໃຜທີ່ຊື້ iPad 1 ຕັ້ງແຕ່ວັນທີ່ 16ກຸມພາ ເປັນຕົ້ນມາຈະໄດ້ຮັບເງິນຈຳນວນດັ່ງກ່າວຄືນ. ຈຳນວນເງິນດັ່ງກ່າວຈະຖືກສົ່ງກັບໄປຍັງບັດ Credit ທີ່ໃຊ້ໃນການຊື້ iPad 1 ເທົ່ານັ້ນໃນກໍລະນີຢູ່ ສະຫະລັດອາເມລິກາ. ເຊິ່ງສຳລັບປະເທດຕ່າງໆນັ້ນຈະເປັນເງິນສົດ ຫລືເຊັກ ຈຳນວນ $100 ເຊິ່ງຂຶ້ນກັບການຊື້ຂາຍຂອງປະເທດນັ້ນໆ.

ສຳລັບໃຜທີ່ຊື້ເຄື່ອງຫິ້ວ ຫລື ປະເທດທີ່ບໍ່ໄດ້ເປີດເປັນທາງການນັ້ນ ກໍ່ຈະບໍ່ສາມາດໄດ້ຮັບເງິນຈຳນວນດັ່ງກ່າວຄືນແຕ່ຢ່າງໃດ. ແລະ ປະຈຸບັນ iPad 1 ລາຄາກໍ່ລຸດລົງມາເລີ່ມຕົ້ນທີ່ $399 ແລ້ວ.

ທີ່ມາ – Engadget

ລອງອ່ານກ່ຽວກັບ  [Google I/O] Google ເປີດບໍລິການ Google Music beta ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.