ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ສະຫລຸບງານ Apple Keynote: iPad 2, iOS 4.3, ແລະ ອື່ນໆ

ຂ່າວໄອທີ, ລາຍງານພິເສດ

ຫລັງຈາກສິ້ນສຸດງານ Keynote ຂອງ Apple ໄປແລ້ວ. ທາງເວັບກໍ່ໄດ້ມາສະຫລຸບ ແລະ ສະເຫນີສິ່ງທີ່ຫນ້າໃຈໃນງານ ໃຫ້ກັບທ່ານຜູ້ອ່ານໄດ້ຮັບຮູ້ກັນແບບທົວເຖິງ ກ່ຽວກັບງານນີ້. ເຊິ່ງງານນີ້ຫລັກໆກໍ່ເນັ້ນທີ່ iPad ແລະ iOS 4.3. ມາເບິງກັນວ່າງານນີ້ດຳເນີນ ແລະ ຈຳລົງແບບໃດ.

ເລີ່ມຕົ້ນເປີດງານ Steve jobs ກໍ່ອອກມາກົດໂຕ ເຊິ່ງເຮັດໃຫ້ຫລາຍຄົນປະຫລາດໃຈ ທີ່ເຫັນ ສະຕິບ ຈ໊ອບສ ມາເປັນຜູ້ນຳສະເຫນີ iPad 2 ແລະ ເບິງຄືກັບວ່າ Steve Jobs ຈະຍັງສຸຂະພາບແຂງແຮງ ແລະບໍ່ຈ່ອຍລົງຫລາຍ ຕາທີ່ມີຂ່າວອອກມາກ່ອນຫນ້ານີ້.

ສະຕິບ ຈ໊ອບສ ກໍ່ເລີ່ມງານໂດຍເລື່ອງເບົາໆຕາມສະໄຕລຂອງ Apple ເຊິ່ງກໍ່ເວົ້າກ່ຽວກັບຍອດຕ່າງໆ ແລ້ວກໍ່ເລີ່ມທີ່ຍອດຂາຍ eBook ໃນ iBook Store ເຊິ່ງປະຈຸບັນມີຍອດດາວໂຫລດໄປແລ້ວທັງຫມົດ 100ລ້ານ ຄັ້ງ. ແລ້ວກໍ່ຕາມມາດ້ວຍຍອດບັນຊີຜູ້ໃຊ້ App store, iTunes Music, iBook Store ທີ່ໃຊ້ບັນຊີດຽວກັນໃນການຊື້ ແລະການດາວໂຫລດຕ່າງໆ  ຕອນນີ້ມີທັງຫມົດ 200ລ້ານບັນຊີແລ້ວ. ແລະໄດ້ຈ່າຍເງິນຈຳນວນ $2,000,000,000 ໃຫ້ກັບນັກພັດທະນາ App ໃນ iOS ເຊິ່ງນັ້ນຫມາຍຄວາມວ່າ ນັກພັດທະນາທັງຫມົດສ້າງເງິນໄດ້ 2ພັນລ້ານໂດລ່າ ຈາກການຂຽນ App ໄປຂາຍໃນ App Store ແລະກໍ່ປິດທ້າຍດ້ວຍການບອກວ່າ ລ່າສຸດ Apple ໄດ້ຈັດສົ່ງ iPhone ອີກ 100ລ້ານເຄື່ອງ.

ເລື່ອງຕໍ່ມາກໍ່ເປັນການເວົ້າກ່ຽວກັບ iPad ເຊິ່ງສະຕິບ ຈ໊ອບສ ບອກວ່າ iPad ມີຍອດຂາຍ 15ລ້ານເຄື່ອງໃນປີ 2010 ເຊິ່ງເປັນພຽງເວລາ 9ເດືອນຫລັງຈາກວາງຂາຍ. ມີຍອດຂາຍສູງກວ່າແທັບເລັດເຈົ້າອື່ນໆ. ພ້ອມນັ້ນຍັງມີສ່ວນແບ່ງຕະຫລາດສູງເຖິງ 90%. ຕໍ່ຈາກນັ້ນກໍ່ເປັນການ ກັດຄູ່ແຂ່ງຢ່າງ Samsung ວ່າມີຍອດຂາຍພຽງແຕ່ ປະມານ 2ລ້ານເຄື່ອງ ແຖມຍັງຈົງໃຈ ຫລື ຜິດພາດກໍ່ບໍ່ຮູ້ ໄປໃສ່ຄຳວ່າ quite Small ແທ່ນຈາກຄຳເວົ້າຂອງ Samsung ທີ່ໃສ່ວ່າ quite Smooth. ແລ້ວກໍ່ຕໍ່ດ້ວຍຍອດ App ສຳລັບ iPad ປະຈຸບັນມີທັງຫມົດ 65,000 ກວ່າ App ແລ້ວ. ແລະກໍ່ຊືບຕໍ່ກັດຄູ່ແຂ່ງໂດຍການປຽບທຽບກັບ Honeycomb ທີ່ມີ App ທັງຫມົດ 100 ກວ່າ App ເທົ່ານັ້ນ.

ຕໍ່ມາກໍ່ເປັນໂຊວິດີໂອກ່ຽວກັບ iPad ເຊິ່ງສື່ໃຫ້ເຫັນວ່າ iPad ນັ້ນໃຜໆກໍ່ໃຊ້ ແລະ ເຫມາະກັບຜູ້ໃຊ້ທຸກປະເພດ ແລະ ວຽກງານທຸກປະເພດເຊັ່ນ: ຫມໍ ກໍ່ໃຊ້, ນັກຮຽນກໍ່ໃຊ້, ນັກທຸລະກິດກໍ່ໃຊ ແລະບຸກຄົນອື່ນໆ. ແລ້ວກໍ່ປິດທ້າຍດ້ວຍສອງປະໂຫຍກຄື 2010: Year of the iPad ແລະ ອັດດ້ວຍ 2011: Year of the copycats?

ຕໍ່ມາກໍ່ເປັນການເປີດໂຕ iPad 2 ເຊິ່ງ iPad 2 ຈະມາກັບຊິບ Apple A5 ທີ່ເຮັດວຽກໄດ້ໄວກວ່າ CPU ເຖິງສອງເທົ່າ, ແລະສາມາດປະເມີນພາບໄດ້ກວ່າເຖິງ 9ເທົ່າ ແຕ່ຈະປະຢັດແບັດເຕີລີ່ເທົ່າກັບ ຊິບ A4, ນອກນັ້ນ iPad 2 ຍັງບາງກວ່າລຸ້ນເກົ່າເຖິງ 33% ແລະ ບາງກວ່າ iPhone 4 ອີກດ້ວຍ, ສາມາດໃຊ້ງານຕໍ່ເນື່ອງໄດ້ເຖິງ 10ຊົ່ວໂມງ, ນອກນັ້ນ iPad 2 ຍັງມີມາໃຫ້ເລືອກເຖິງສອງສີຄື ສີດຳ ແລະ ສີຂາວ, ມີກ້ອງດ້ານຫນ້າ ແລະ ຫລັງ,. ລາຍລະອຽດເຂົ້າໄປເບິງໄດ້ທີ່ (ລາຍລະອຽດຂອງ iPad 2).

iPad 2 ຈະເລິ້ມວາງຂາຍໃນວັນທີ່ 11ມີນານີ້ໃນອາເມລິກາ, ແລະສຳລັບອີກ 26 ປະເທດແມ່ນ ວັນທີ່ 25ມີນານີ້, ລາຄາເລີ່ມຕົ້ນທີ່ $499 ສຳລັບລຸ້ນ WIFI ແລະ ເລີ່ມຕົ້ນທີ່ $629 ສຳລັບລຸ້ນ 3G ແລ້ວກໍ່ລົງທ້າຍດ້ວຍຄຳວ່າ 2011: Year of  the iPad 2.

ນອກຈາກ iPad ແລ້ວ ກໍ່ຍັງມີອຸປະກອນເສີມເຖິງສອງຢ່າງ ຄື HDMI ເຊິງຈະເປັນສາຍພ່ວງອອກມາ ແລ້ວຈະມີພອດສຳລັບຕໍ່ HDMI ແລະ ພອດ 30-Pin ປົກກະຕິ. ສຳລັບສາຍນີ້ Apple ຂໍຂາຍໃນລາຄາ  $39 ແລະກໍ່ຕາມດ້ວຍ Smart Cover ເປັນໂຊບທີ່ອອກສຳລັບ iPad 2 ໂດຍສະເພາະ ເຊິງມີແມ່ເລັກໃນໂຕ ສາມາດສັ່ງປິດຫນ້າຈໍ iPad ໄດ້ທັນທີໃນຂະນະທີ່ປິດຫນ້າຈໍຂອງ iPad ຢູ່ ແລະມີສອງລາຄາໃຫ້ເລືອກຄື: ແບບທຳມະດາ ລາຄາ $39 ແລະ ລຸ້ນທີ່ເປັນຫນັງ $69.

ລອງອ່ານກ່ຽວກັບ  iPhone 44G ໃນອີກ 30ປີທາງຫນ້າ ຈະເຮັດຫຍັງໄດ້ແດ່ ມາເບິງກັນ

ເລື່ອງຕໍ່ມາກໍ່ເວົ້າກ່ຽວກັບ iOS 4.3 ເຊິ່ງເພີ່ມຄວາມສາມາດທີ່ຊື່ວ່າ Nitro Java Script Engine ເຂົ້າໄປໃນ Safari ເຊິ່ງຈະເຮັດໃຫ້ມັນສາມາດອ່ານ ແລະ ລັນ Java Script ໄດ້ໄວຂຶ້ນກວ່າເກົ່າຫລາຍເທົ່າ. ປັບປຸງການໃຊ້ງານ Airplay ໃຫ້ສາມາດໃຊ້ງານໄດ້ດີ ແລະງ່າຍຂຶ້ນ, ສາມາດລັກການຫມຸນຂອງຈໍໃນໄດ້, iTunes Home Sharing ຈະຊ່ວຍໃຫ້ຜູ້ໃຊ້ສາມາດດຶງເອົາເພງຫລືວິດີໂອຕ່າງໆຈາກ iTunes ໄດ້ຜ່ານ WIFI ບໍ່ຈຳເປັນຕ້ອງເຊື່ອມຕໍ່ສາຍ USB ໃດໆ ແລະກໍ່ໄດ້ເພີ່ມຄວາມສາດ Personal Hotspot ໃຫ້ສະເພາະ iPhone 4 ເທົ່ານັ້ນ. ສຳລັບ iOS 4.3 ນີ້ຈະປ່ອຍໃຫ້ດາວໂຫລດ ແລະ ອັບເດດກັນ ໃນວັນທີ່ 11ມີນາ ມື້ດຽວກັບມື້ວາງຂາຍ iPad 2 ເຊິ່ງລຸ້ນທີ່ຈະສາມາດອັບເດດໄດ້ມີ: iPad, iPhone (GSM) ແລະ iPod touch 3rd , ແລະ 4th Generation.

ອັນສຸດທ້າຍຂອງງານນີ້ກໍ່ຄື iMovie ໂປຼແກຼມຕັດຕໍ່ວິດີມືອາຊີບ ທີ່ໃຊ້ງານງ່າຍ, ຫລັງຈາກການຕັດຕໍ່ແກ້ໄຂແລ້ວ ສາມາດອັບໂຫລດໄປຍັງເວັບໄຊຕ໌ ສັງຄົມວິດີໂອອອນໄລນ໌ໄດ້ທັນທີ. ແລະ GarageBand ສຳລັບນັກແຕ່ງເພງ ນັກດົນຕີ ເອົາໄວ້ມິກເພງ ຫລື ແຕ່ງເຮັດທຳນອງເພງກໍ່ໄດ້ ເຊິ່ງ GarageBand ບໍ່ໄດ້ເປັນພຽງຂອງຫລິ້ນ ແຕ່ມັນຖືກຍອມຮັບ ແລະ ສາມາດເຂົ້າໃຊ້ງານໃນວຽກງານໂຕຈິງໄດ້. ເຊິ່ງທັງສອງ App ນີ້ກຳລັງຈະມາ ພ້ອມກັບ iPad 2 ໃນວັນທີ່ 11ມີນານີ້ ໃນລາຄາ $4.99 ເທົ່ານັ້ນ.

ທີ່ມາ ແລະ ລາຍລະອຽດເພີ່ມເຕີມ  – Engadget live

ສາມາດເບິງວິດີໂອງານດັ່ງກ່າວໄດ້ທີ່ດ້ານລຸ່ມນີ້


Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.