ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple, Google… ຫນຶ່ງໃນສິບອັນດັບ ບໍລິສັດທີ່ຖືກຍ້ອງຍໍຫລາຍທີສຸດໃນໂລກ

ຂ່າວໄອທີ

ທຸກໆປີ ວາລະສານ Fortune ຈະຈັດອັນດັບບໍລິສັດທີ່ຫນ້າຍ້ອງຍໍແຫ່ງປີ ໃຫ້ກັບບໍລິສັດຕ່າງໆ, ເຊິ່ງຫນຶ່ງໃນນັ້ນກໍ່ມີ Apple, Google, Amazon, Microsoft ແລະບໍລິສັດຕ່າງໆໃນວົງການ IT ແລະວົງການອື່ນໆ. ເຊິ່ງຫນຶ່ງໃນສິບອັນດັບທີ່ຂອງປີນີ້ ກໍ່ມີ Apple ເປັນອັນດັບຫນຶ່ງ ເຊິ່ງຍັງຄອງຕຳແຫນ່ງຈາກປີທີ່ຜ່ານມາ ແລະອັນດັບສອງກໍ່ເປັນຄູແຂ່ງທີ່ກັດກັນມາຕະຫລອດ ນັ້ນກໍ່ຄື Google, ສ່ວນ Amazon ນັ້ນກໍ່ຂຶ້ນມາເປັນອັນດັບທີ່ 7 ແລະ Microsoft ກໍ່ຖືວ່າຫນ້າເອົາໃຈຊ່ວຍ ເພາະຍັງລົງໄປຢູ່ທີ່ອັນດັບທີ 9. ນອກຈາກນັ້ນຍັງມີບໍລິສັດຊັ້ນນຳດ້ານໄອທີອີກຫລາຍເຈົ້າທີ່ຍັງບໍ່ໄດ້ຢູ່ໃນ Top 10 ອັນດັບ. ເຊິ່ງໄດ້ແກ່ IMB ໄດ້ອັນດັບທີ່ 12, Cisco ຜູ້ນຳວົງການ Network ໄດ້ອັນດັບທີ່ 28, Intel ຜູ້ຜະລິດຊິບ ຫນ່ວຍປະມວນຜົນ ໄດ້ອັນດັບທີ່ 12, Samsung ເອງກໍ່ໄດ້ອັນດັບທີ່ 38, Ebay ເຈົ້າຂອງເວັບປະມູນ ແລະ ຂາຍເຄື່ອງອອນໄລນ໌ ໄດ້ອັນດັບ 45 ແລະຍັງມີອີກຫລາຍບໍລິສັດ ສາມາດເຂົ້າໄປເບິງໄດ້ທີ່ http://money.cnn.com/magazines/fortune

10 ລາຍຊື່ບໍລິສັດທີ່ໄດ້ຮັບການຍ້ອງຍໍ ຫລາຍທີ່ສຸດໃນໂລກ:

  1. Apple
  2. Google
  3. Berkshire Hathaway
  4. Southwest Airlines
  5. Procter & Gamble
  6. Coca-Cola
  7. Amazon.com
  8. FedEx
  9. Microsoft
  10. McDonald’s

ທີ່ມາ – Techcrunch

ລອງອ່ານກ່ຽວກັບ  Kinect ສຳລັບ Windows ເປີດໃຫ້ສັ່ງຈອງແລ້ວ, ເລີ່ມວາງຂາຍ ກຸມພາ ນີ້.

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.