ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ສົງຄາມສິດທິບັດຄຳວ່າ App Store ແລະ Windows ຂອງສອງຍັກໃຫຍ່

ຂ່າວໄອທີ

ກ່ອນຫນ້ານີ້ຫລາຍຄົນອາດຈໄດ້ຍິນຂ່າວໄປແລ້ວວ່າ Microsoft ຍື່ນຮ້ອງຂໍຕໍ່ສຳນັກງານສິດທິບັດ ແລະ ເຄືອງຫມາຍການຄ້າ ໃນສະຫະລັດອາເມລິກາ ໃຫ້ຍົກເລີກສິດທິບັດຄຳວ່າ “App Store” ທີ່ Apple ເປັນຈຳຂອງຢູ່ນັ້ນເປັນຄຳສາມັນ. ເຊິ່ງທາງ Microsoft ໄດ້ໃຫ້ເຫດຜົນວ່າ ຄຳວ່າ App Store ນີ້ເປັນຄຳສາມັນ ເຊິ່ງແຍກອອກມາກໍ່ຄື ຄຳວ່າ App ກໍ່ຫມາຍເຖິງ Application ຫລືໂປຼແກຼມທີ່ໃຊ້ງານກັບລະບົບປະຕິບັດການຕ່າງໆ ເຊິ່ງກໍ່ບໍ່ແມ່ນຄຳທີ່ຄິດຄົ້ນຂຶ້ນມາເອງ, ສ່ວນຄຳວ່າ Store ນັ້ນ ກໍ່ຫມາຍເຖິງຮ້ານຄ້ານ ເຊິ່ງກໍ່ເປັນຄຳສາມັນ ບໍ່ແມ່ນຄຳທີ່ຄິດຄົ້ນຂຶ້ນມາເອງ ເຊັ່ນກັນ. ສອງຄຳນີ້ລວມກັນກໍ່ເປັນຮ້ານຂາຍ Application ເຊິ່ງມັນກໍ່ບໍ່ແຕກຕ່າງກັບຮ້ານຄ້າທົວໄປ.

ໃນວັນສຸກທີ່ຜ່ານ Apple ກໍ່ປະຕິເສດຄຳຮ້ອງຂໍຂອງ Microsoft ທີ່ສະເຫນີໄປຍັງ ສຳນັກງານສິດທິບັດ ແລະ ເຄືອງຫມາຍການຄ້າໃນສະຫະລັດອາເມລິກາ ວ່າ App Store ບໍ່ແມ່ນຄຳສາມັນ ນອກນັ້ນຍັງບອກອີກວ່າ Apple ມີສິດທີ່ຈະຖືສິດທິບັດ ຫລື ເຄືອງຫມາຍການຄ້າ ຄຳວ່າ App Store ຕໍ່ໄປເຊັ່ນດຽວກັບທີ່ Microsoft ມີສິດຄອບຄອງເຄື່ອງຫມາຍການຄ້າລະບົບປະຕິບັດການ Windows.

ຢ່າງໃດກໍ່ຕາມ ສົງຄາມ ສິດທິບັດເຄື່ອງຫມາຍການຄ້າ ລະຫວ່າງສອງຍັກໃຫຍ່ Apple ແລະ Microsoft ອາດຈະຍັງບໍ່ຈົບລົງເທົ່ານີ້ ເຊິ່ງຫາກໃນຄວາມເປັນຈິງແລ້ວ ຫາກຄຳວ່າ App Store ເປັນຄຳສາມັນ, ຄຳວ່າ Windows ກໍ່ຈະແຫ່ງຈະເປັນຄຳສາມັນກວ່າ ກໍ່ເປັນໄດ້. ສ່ວນ Apple ນັ້ນກໍ່ຍຶດຫລັກຫມັ້ນ ເພຶ່ອປົກປ້ອງສິດທິບັດ ແລະ ຄຳວ່າ App Store ເອົາໄວ້ໃຫ້ເຖິງທີ່ສຸດ ເພາະ Apple ເປັນຄົນເຮັດໃຫ້ຄຳນີ້ເປັນທີ່ນິຍົມ ແລະ ຮູ້ຈັກກັນໂດຍທົວໄປ ເຊິ່ງກ່ອນຫນ້ານີ້ກໍ່ບໍ່ມີເຈົ້າໃດນຳໄປໃຊ້.

ທີ່ຫນ້າສັງເກດ ແລະ ວິເຄາະກໍ່ຄື ເປັນຫຍັງ Microsoft ບໍ່ນຳຊື່ນີ້ໄປຕັ້ງເປັນຮ້ານຂາຍ App ຂອງຕົນເອງ ທັ້ງໆທີ່ Microsoft ເອງກໍ່ມີລະບົບປະຕິບັດການໂທລະສັບມືຖືກ່ອນທີ່ Apple ຈະມີ. ແລ້ວມາຮ້ອງຂໍແບບນີ້ມັນກໍ່ເຂົ້າຄ່າຍວ່າ ໄມໂຄຼຊອບຕ້ອງການໃຊ້ຄຳວ່າ App Store ຫລື ວ່າຢາກເກາະກະແສ ກໍ່ວ່າໄດ້. ແຕ່ຢ່າງໃດກໍ່ຕາມ Microsoft ກໍ່ຄວນລະວັງ, ອາດຈະບໍ່ໄດ້ໃຊ້ຄຳວ່າ Windows ໃນລະບົບປະຕິບັດການກໍ່ເປັນໄດ້ ຫາກ ສຳນັກງານສິດທິບັດ ແລະ ເຄື່ອງຫມາຍການຄ້າ ຍົກເລີກເຄື່ອງຫມາຍການຄ້າ ຄຳວ່າ App Store ຂອງ Apple ເພາະບໍ່ສະນັ້ນ ມັນຈະບໍ່ຍຶດຕິທຳ.

ທີ່ມາ – Apple Insider

ລອງອ່ານກ່ຽວກັບ  ຂ່າວລືເເທັບເລ໊ດ Hp ຈະວາງຕະຫລາດ ກໍລະກົດນີ້

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.