ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ລຸດລາຄາ iPad 1 ລົງ $100 ເຫລຶອພຽງເລີ່ມຕົ້ນທີ່ $399

ຂ່າວດ່ວນ, ຂ່າວໄອທີ, ແທັບເລັດ

ຫລັງຈາກທີ່ເປີດໂຕ iPad 2 ໄປແລ້ວ ແລະກໍ່ຈະເລີ່ມວາງຕະຫລາດໃນວັນ ສຸກ ທີ11ມີນານີ້ ລ່າສຸດ Apple ກໍ່ຫັ່ນລາຄາ iPad 1 ລົງເຖິງ $100 ເຊິ່ງປະຈຸບັນ iPad 1 ລຸ້ນ WIFI ເລີມຕົ້ນທີ່ $399​ – $599 ແລະ ລຸ້ນ WIFI + 3G ເລີ່ມຕົ້ນທີ່ $529 – $729 ເທົ່ານັ້ນ.

ຢ່າງໃດກໍ່ຕາມ ການລຸດລາຄາລົງເຖິງ $100 ເຮັດໃຫ້ iPad 1 ມີໄດ້ປຽບຈາກຄູ່ແຂ່ງລາຍອື່ນໆເພີ່ມຂຶ້ນ, ເຊິ່ງ iPad ກໍ່ເປັນຕໍ່ທາງດ້ານ App ແລະ ການບໍລິການແລ້ວ ລວມເຖິງວັດສະດຸໃນໂຕເຄື່ອງ. ແຕ່ປະຈຸບັນ iPad 1 ກໍ່ມີຂໍ້ໄດ້ປຽບຂຶ້ນໄປອີກ ດ້ວຍລາຄາທີ່ຖືກລົງ, ເຊິ່ງ iPad 1 ຈະຍັງຄົງເປັນອີກທາງເລືອກສຳລັບຜູ້ໃຊ້ທີ່ຕ້ອງການແທັບເລັດ ແຕ່ບໍ່ຢາກຈ່າຍເງິນຫລາຍ ແລ້ວໄດ້ໃຊ້​ App ທີ່ມີຄຸນນະພາບ ລວມໄປເຖິງ iOS 4.3 ອີກດ້ວຍ.

ລາຍລະອຽດເພີ່ມເຕີມ – Apple Store

ລອງອ່ານກ່ຽວກັບ  ກະຊວງຍຸດຕິທຳສະຫະລັດ ສອບສວນແອບເປີນຂໍ້ຫາຜູກຂາດອື່ນໆ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.