ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ປະກາດຈັດງານ WWDC 2011 ຂຶ້ນໃນວັນທີ 6 ມິຖຸນາ ນີ້

ຂ່າວດ່ວນ, ຂ່າວໄອທີ

ລາຍງານລ່າສຸດ Apple ໄດ້ປະກາດຈະຈັດງານ WWDC 2011 (world Wide Developers Conference 2011) ຂຶ້ນໃນວັນທີ 6 ມິຖຸນາ ນີ້. ໂດຍລາຍລະອຽດກໍ່ບໍ່ມີຫຍັງຫລາຍນອກຈາກບອກວ່າ “Join us for a preview of the future of iOS and Mac OS X” ເທົ່ານັ້ນ. ງານດັ່ງກ່າວທີ່ຈະຈັດຂຶ້ນນີ້ ແມ່ນຈະຈັດຊ່ວງໄລຍະການເປີດໂຕ iPhone ຂອງທຸກໆປີ ເຊິ່ງອາດຈະມີການເປີດໂຕ iPhone ລຸ້ນຕໍ່ໄປ ຫລື iPhone 5 ນັ້ນເອງ, ເພາະໃນປີທີ່ຜ່ານມາ Apple ກໍ່ໄດ້ເປີດໂຕ iPhone 4 ໄປໃນໄລຍະນີ້ ແລະ ໃນງານ WWDC ດັ່ງກ່າວ ເຊັ່ນດຽວກັນ. ສ່ວນບັດເຂົ້າງານດັ່ງກ່າວນີ້ ມີລາຄາທີ່ $1,599.

ແຕ່ຈາກການຄາດການ ແລະ ຮູບ icon ຂອງ App ໃນໂລໂກ້ແລ້ວ ອາດຈະເປັນການເວົ້າເຖິງພຽງແຕ່ເລື່ອງ ຊອຟ໌ແວຼ ຢ່າງ​ iOS ແລະ Mac OS X ເທົ່ານັ້ນ. ຢ່າງໃດກໍ່ຕາມຫາກມີລາຍລະອຽດເພີ່ມເຕີມກ່ຽວກັບຂ່າວນີ້ກໍ່ຈະນຳມາອັບເດດ ໃຫ້ຮັບຮູ້ກັນທັນທີ່. ແຕ່ຫວັງວ່ານັບຈາກນີ້ ອາດຈະມີຂ່າວອອກມາໃຫ້ອ່ານຕະຫລອດກ່ຽວກັບ Apple.

ທີ່ມາ – Apple

ລອງອ່ານກ່ຽວກັບ  ການວິໄຈເຜີຍ ການລະເມີດລິຂະສິດ EBOOK ເພີ່ມຫລາຍຂຶ້ນ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.