ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ເກມ Angry Birds ພາກ Rio ມາແລ້ວ ລົງທັງ Android ແລະ iOS

Android Apps, iOS Apps, ຂ່າວໄອທີ

ລ່າສຸດ Rovio ທີມຜູ້ພັດທະນາເກມ Angry Birds ກໍ່ໄດ້ປ່ອຍ Angry Birds ພາກໃຫມ່ຊື່ Angry Birds Rio ລົງໄປໃນ AppStore ຂອງ iOS ແລະ ກໍ່ Amazon Appstore (ສຳລັບ Android) ຢ່າງເປັນທາງການແລ້ວ.

ເຊິ່ງໃນ Angry Birds Rio ນີ້ຈະມີທັງຫມົດ 60 Level ໃຫ້ຫລິ້ນ ເຊິ່ງມີສອງລາຄາສຳລັບ iOS ຄື: ສຳລັບ iPhone ແລະ iPod touch ແມ່ນຢູ່ທີ່ $0.99 ແລະ ແບບ HD ສຳລັບ iPad ແມ່ນຢູ່ທີ່ $2.99 ເທົ່ານັ້ນ ສ່ວນເວີຊັ່ນຂອງ iOS ທີ່ຮອງຮັບແມ່ນ iOS 3.0 ສຳລັບລຸ້ນທຳມະດາ ສ່ວນແບບ HD ສຳລັບ iPad ແມ່ນຕ້ອງເປັນ iOS 3.2 ຂຶ້ນໄປ. ທາງດ້ານຂອງ Android ກໍ່ມີລາຄາ $0.99 ເທົາກັບຂອງ iPhone ແລະ iPod touchແຕ່ຕອນນີ້ຍັງແຈກຟຼີໃນ Amazon Appstore ເຊິ່ງມີເວລາຈຳກັດ, ແຖມຍັງຫລິ້ນໄດ້ຕັ້ງແຕ່ Android 1.6 ຂຶ້ນໄປ.

ຢ່າງໃດກໍ່ຕາມທາງເວັບກໍ່ມີ Angry Birds Rio HD ມາຝາກຜູ້ໃຊ້ iPad ແລະ ເວີຊັ່ນທີ່ບໍ່ເປັນ HD ມາໃຫ້ໄດ້ໂຫລດໄປລອງຫລິ້ນກັນ ເພຶ່ອຈະມັກ ຫລື ອາດຈະບໍ່ມັກ ສາມາດເຂົ້າໄປດາວໂຫລດໄດ້ທີ່:

Angry Birds Rio HD : http://itunes.apple.com/us/app/angry-birds-rio-hd-free

Angry Birds Rio For iPhone: http://itunes.apple.com/us/app/angry-birds-rio-free

ສຳລັບ Android ສາມາດເຂົ້າໄປດາວໂຫລດໄດ້ທີ່ Amazon AppStore:

Angry Birds Rio for Android: http://www.amazon.com/Rovio-Mobile-Angry-Birds-Rio/dp/B004SBS8LA

ລອງອ່ານກ່ຽວກັບ  Android OS ຈະ​ມີ​ຍອດ​ຜູ້​ໃຊ້​ຫລາຍກວ່າ iOS ຂອງ Apple ໃນ​ປີ 2012

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.