ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Angry Birds ຈະລົງໄປລະເບີດສົງຄາມ ໃນ Facebook ໄວໆນີ້!

social media, ຂ່າວໄອທີ

ຮິດກັນບໍ່ຮູ້ຢຸດ ສຳລັບເກມຮ໊ອດ ເກມຮິດຢ່າງເກມ ນົກໃຈຮ້ອຍ Angry Birds. ເຊິ່ງປະຈຸບັນກໍ່ມີຂ່າວວ່າຈະນຳສົງຄາມລະຫວ່າງ ນົກໃຈຮ້າຍ ແລະຫມູຂຽວໄປໃຫ້ຜູ້ໃຊ້ໃນ Facebook ໄດ້ມັນກັນ ເພາະລ່າສຸດ Mikael Hed CEO ຂອງ Rovio ໄດ້ກ່າວວ່າ ເກມ Angry Birds ຈະລົງ Facebook ໃນເດືອນຫນ້ານີ້ ແລະຍັງກ່າວຕໍ່ອີກວ່າ Angry Birds ໃນແພັດຟອມ໌ຂອງ Facebook ນີ້ຈະແຕກຕ່າງ ແລະ ຜູ້ໃຊ້ບໍ່ເຄີຍສຳພັດມາກ່ອນໃນລະບົບປະຕິບັດການອື່ນໆ. ສຳລັບຜູ້ໃຊ້ Facebook ກໍ່ຕຽມໂຕມັນກຳກັບເກມ Angry Birds ກັນໃຫ້ດີ.

Angry Birds ນັ້ນໄດ້ລົງໄປຢູ່ໃນລະບົບປະຕິບັດການກວບທຸກແພັດຟອມແລ້ວໃນປະຈຸບັນ ເຊິ່ງໄດ້ເລີ່ມທີ່ iOS ກ່ອນຈະມາເປັນ Android, Palm ແລະ Nokia. ຕໍ່ມາບໍ່ດົນມານີ້ກໍ່ໄດ້ລົງໄປຢູ່ໃນ Windows, ຕາມດ້ວຍ Mac OS X, PSP/PS3 ແລ້ວກໍ່ Windows Phone 7 ແລະລ່າສຸດກໍ່ເປັນ Facebook ຕາມທີ່ໄດ້ກ່າວໄປຂ້າງເທິງນັ້ນ. ຢ່າງໃດກໍ່ຕ້ອງຖ້າເບິງກັນຕໍ່ໄປວ່າ Angry Birds ໃນ Facebook ຈະມັນສ່ຳໃດ ແລະ ຫນ້າຕາຈະເປັນແບບໃດ ຕ້ອງຕິດຕາມກັນ.

ທີ່ມາ – Mashable

ລອງອ່ານກ່ຽວກັບ  ສະຫລຸບ ງານ "Back to the Mac" ຂອງ Apple

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.