ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ປະກາດເປີດໃຫ້ໃຊ້ງານ In-app Billing ສຳລັບ Android ແລ້ວ

ຂ່າວໄອທີ

ລ່າສຸດ Google ໄດ້ປະກາດເປີດໃຊ້ In-app Billing ໃຫ້ກັບນັກພັດທະນາ ແລະ ຜູ້ໃຊ້ອຸປະກອນ Android ແລ້ວ. ໂດຍໃນການເລີ່ມເປີດໃຊ້ນີ້ກໍ່ມີ App ຫລາຍໂຕທີ່ພ້ອມໃຫ້ບໍລິການແລ້ວ ເຊັ່ນ: Tap Tap Revenge ໂດຍ Disney Mobile; Comics ໂດຍ ComiXology; Gun Bros, Deer Hunter Challenge HD, ແລະ WSOP3 ໂດຍ Glu Mobile; ແລະ Dungeon Defenders: FW Deluxe ໂດຍ Trendy Entertainment.

ສຳລັບ In-app Billing ກໍ່ຄືບໍລິການຫນຶ່ງທີ່ຈະໃຫ້ຜູ້ໃຊ້ ສາມາດຈ່າຍເງິນຄ່າສິນຄ້າ, ຄອນເທັ້ນໃນເກມ, ຄ່າບໍລິການ, ຈ່າຍເພຶ່ອ ປົດລັອກສິ່ງໃດຫນຶ່ງ, ອັບເກດບໍລິການໃດຫນຶ່ງ ລວມໄປເຖິງສິ່ງຕ່າງໆອີກຫລວງຫລາຍ ໄດ້ໂດຍສາມາດຈ່າຍຜ່ານ App ທີ່ໃຊ້ງານຢູ່ໄດ້ເລີຍ. ເຊິ່ງຈະງ່າຍ ແລະ ສະດວກ ບໍ່ຈຳເປັນຕ້ອງກັບອອກໄປຍັງບຼາວເຊີ່ ແລ້ວກັບມາ App ອີກເທຶ່ອ.

ປະຈຸບັນກໍ່ເລີມມີຫລາຍ App ເທິງ Android Market ເລີ່ມພາກັນອັບເດດ App ທີ່ເຊື່ອມຕໍ່ກັບບໍລິການຂອງຕົນ ໃຫ້ຮອງຮັບ In-app Billing ແລ້ວ. ແຕ່ຍັງໃຊ້ໄດ້ສະເພາະ ອາເມລິກາເທົ່ານັ້ນ.

ທີ່ມາ – Android Developer Blog

ລອງອ່ານກ່ຽວກັບ  Google ເຜີຍ "Project Glass" ແວ່ນຕາ Augmented Reality ໃນອານາຄົດ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.