ເລື່ອງລາວຂອງ TECH, STARTUP, ແລະ DIGITAL

American Express ອອກ Platform ຊຳລະເງິນອອນໄລນ໌ແຂ່ງ PayPal

ຂ່າວໄອທີ

ລ່າສຸດຜູ້ໃຊ້ບໍລິການບັດເຄດິດລາຍໃຫຍ່ຢ່າງ American Express ໄດ້ອອກ Platform ຊຳລະເງິນອອນໄລນ໌ຊື່ວ່າ Serve ເພຶ່ອແຂ່ງຂັນໃນຕະຫລາດ ການເງິນອອນໄລນ໌ ເພຶ່ອແຂ່ງກັບ PayPal. ນັ້ນຫມາຍຄວາມວ່າຜູ້ໃຊ້ຈະສາມາດໂອນເງິນ ຫລື ຊຳລະຄ່າບໍລິການ ໃຫ້ບຸກຄົນອື່ນຈາກບັນຊີທະນາຄານ ຫລື ບັດ Credit ໄດ້ ໂດຍຜ່ານບໍລິການ Serve ຂອງ American Express ເທິງຫນ້າເວັບ ລວມເຖິງ App ໃນໂທລະສັບມືຖື (ປະຈຸບັນມີສຳລັບ Android ແລະ iOS) ແລະ ທາງ American Express ຍັງອອກບັດ Serve ແບບ Pre-Paid ທີ່ສາມາດເຕີມເງິນຈາກບັດເຄດິດ ຫລື ບັນຊີທະນາຄານໄດ້ ແລະ ສາມາດໃຊ້ງານໄດ້ທຸກບ່ອນທີ່ ຮອງຮັບການຈ່າຍເງິນໂດຍ American Express. ເຊິ່ງທາງ American Express ໃຫ້ຄຳເຫັນເປັນສາມສ່ອງທາງຂອງຄວາມສະດວກຄືແບບອອນໄລນ໌, ແບບອອຟໄລນ໌ (ຜ່ານບັດ Serve), ແລະ Mobile Payments.

ຫລັງຈາກທີ່ໄປທົດລອງໃຊ້ມາ ກໍ່ສັງເກດເຫັນວ່າ ຄ້າຍຄືກັບ PayPal ຫລາຍ, ແຕ່ໃນຊ່ວງນີ້ອາດຈະບໍ່ມີການໃຊ້ງານແພ່ຫລາຍ, ແຕ່ໃນອານາຄົດອາດບໍ່ແນ່ ເພາະ Serve ຈະເນັ້ນການໃຊ້ງານໃນໂທລະສັບມືຖື ຫລາຍກວ່າ ເທິງຫນ້າເວັບ, ເຊິ່ງຈະອຳນວຍຄວາມສະດວກໃຫ້ກັບຜູ້ໃຊ້ຫລາຍຂຶ້ນ ແລະ ບໍ່ມີພຽງຜູ້ທີ່ໃຊ້ບັດ Credit ຂອງ American Express ເທົ່ານັ້ນທີ່ຈະສາມາດໃຊ້ງານໄດ້, ເພາະທຸກຄົນສາມາດໃຊ້ງານໄດ້ໂດຍຜ່ານບັດເຄດິດ ຂອງຜູ້ໃຫ້ບໍລິການອື່ນໄດ້ ຫລື ຈະເປັນບັນຊີທະນາຄານກໍ່ໄດ້ເຊັ່ນກັນ. ແຕ່ປະຈຸບັນຍັງໃຫ້ບໍລິການສະເພາະໃນ ອາເມລິກາ ເທົ່ານັ້ນ.

ທີມາ – Serve, Serve online & offline

download – Serve for Android, Serve for iOS

ລອງອ່ານກ່ຽວກັບ  PayPal ຟ້ອງອະດີດພະນັກງານ ແລະ Google ເນື່ອງຈາກ Google Wallet

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.