ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Amazon ເປີດບໍລິການ Cloud Player ຫລິ້ນເພງເທິງຫນ້າເວັບ ແລະ ໂທລະສັບ

ຂ່າວໄອທີ

ຊ່ວງນີ້ອາດຈະເປັນຊ່ວງທີ່ Amazon ປ່ອຍເຄື່ອງ, ເຊິ່ງລ່າສຸດກໍ່ໄດ້ປ່ອຍບໍລິການ Cloud Player ອອກມາໃຫ້ຜູ້ໃຊ້ສາມາດ ອັບໂຫລດເພງທີ່ຕົນເອງໄດ້ຊື້ ຫລື ມີເກັບໄວ້ໃນຄອມພິວເຕີສ່ວນໂຕນັ້ນ ຂຶ້ນໄປຍັງ Cloud Server ຂອງ Amazon ເພຶ່ອໃຫ້ຜູ້ໃຊ້ສາມາດຟັງເພງທີ່ຕົນເອງໄດ້ອັບໂຫລດ ຜ່ານການ Stream ເທິງຫນ້າເວັບ ຫລື ຈະເປັນໂທລະສັບມືຖື (ປະຈຸບັນຮອງຮັບພຽງ Android) ກໍ່ໄດ້.

Amazon Cloud Player ຈະໃຫ້ຜູ້ພື້ນທີ່ຜູ້ໃຊ້ຈັດເກັບເພງເຖິງ 5GB, ສຳລັບຜູ້ໃຊ້ທີ່ຊື້ເພງຜ່ານທາງ Amazon ກໍ່ສາມາດສັ່ງໃຫ້ຈັດເກັບເພງໄປຍັງ Cloud Player ຂອງຕົນເອງໄດ້ທັນທີເຊັ່ນກັນ. ນອກນັ້ນ ຜູ້ໃຊ້ຍັງສາມາດອັບໂຫລດເພງທີ່ເຄີຍຊື້ກ່ອນຫນ້ານັ້ນ ຫລື ມີໃນຄອມພິວເຕີ່ຂຶ້ນໄປໄດ້ເຊັ່ນກັນ ແລະ ທີ່ສຳຄັນຍັງມີລາຍງານວ່າ ເພງທີ່ຊື້ຈາກ iTunes ກໍ່ສາມາດອັບໂຫລດຂຶ້ນໄປຍັງ Cloud Player ໄດ້ເຊັ່ນກັນ. ຢ່າງໃດກໍ່ຕາມ Amazon Cloud Player ຈະຮອງຮັບສະເພາະໄຟລ໌ເພງແບບ MP3 ແລະ AAC ເທົ່ານັ້ນ.

ຜູ້ໃຊ້ທີ່ມີບັນຊີ Amazon ກໍ່ສາມາດເຂົ້າໄປຂໍພື້ນທີ່ເກັບເພງໄດ້ ທີ່ Amazon Cloud Drive, ຫລັງຈາກທີ່ໄປທົດລອງມາກໍ່ຖືວ່າຫນ້າໃຊ້ງານພໍສົມຄວນ, ແຕ່ອາດຈະເປັນປັນຫາກັບຄົນທີ່ໃຊ້ອິນເຕີເນັດມືຖືແບບມີຈຳກັດ ຫລື ຈ່າຍແບບເປັນ KB.

ທີ່ມາ – Amazon Cloud Play

ລອງອ່ານກ່ຽວກັບ  Apple ປ່ອຍ GarageBand ສຳລັບ iPad ລົງໃນ App Store ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.