ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Amazon Appstore ເລີ່ມໃຫ້ບໍລິການແລ້ວ ພ້ອມແຈກ Angry Birds Rio

Android Apps, ຂ່າວດ່ວນ, ຂ່າວໄອທີ

ລ່າສຸດ Amazon ກໍ່ໄດ້ເລີ່ມເປີດບໍລິການ Appstore ສຳລັບການຈຳຫນ່າຍ Application ສຳລັບ Android. Amazon Appstore ເປີດບໍລິການພ້ອມກັບ Application ຈຳນວນຫລາຍກວ່າ 3,800 App. ນອກນັ້ນໃນການເປີດບໍລິການເທຶ່ອນີ້ ທາງ Amazon ຍັງແຈກເກມ Angry Birds Rio ລາຄາ $0.99 ໃຫ້ຜູ້ໃຊ້ໄດ້ດາວໂຫລດກັນຟຼີໆ (ເວລາຈຳກັດ) ອີກດ້ວຍ.

ປະຈຸບັນການຊື້ຂາຍຍົງຄົງຈຳກັດພື້ນທີ່ພຽງຢູ່ໃນອາເມລິກາເທົ່ານັ້ນ (ຕາມຂ່າວ), ແລະ ຜູ້ໃຊ້ສາມາດດາວໂຫລດ App ຂອງ Amazon App Store ໄດ້ແລ້ວທີ່ http://amzn.to/getappstore. ສຳລັບທ່ານໃດທີ່ໃຊ້ງານ Android ຢູ່ລາວ ແລ້ວສາມາດຊື້ ຫລື ດາວໂຫລດ App ໃນ Amazon App Store ໄດ້ກໍ່ແຈ້ງມາບອກຜູ້ຂຽນດ້ວຍກໍ່ດີ.

ຢ່າງໃດກໍ່ຕາມ ການທີ່ Amazon ໃຊ້ຄຳວ່າ Appstore ນີ້ ຈະໄປຂັດຕາ ຫລື ຜິດໃຈທາງ Apple ຫລືບໍ່ ທັ່້ງໆທີ່ກ່ອນຫນ້ານີ້ ທາງ Microsoft ກໍ່ໄດ້ຂໍໃຫ້ທາງສຳນັກງານຄຸ້ມຄອງສິດທິບັດ ຖອນຄຳວ່າ AppStore ໃຫ້ເປັນຄຳທົ່ວໄປ, ແຕ່ກໍ່ບໍ່ສຳເລັດຜົນ.

ທີ່ມາ​ – Amazon Appstore, Engadget

ລອງອ່ານກ່ຽວກັບ  Google ເປີດບໍລິການ Android Market Webstore ຊື້-ຕິດຕັ້ງຜ່ານເວັບ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.