ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ມາຮູ້ຈັກກັບ Thunderbolt ເທັກໂນໂລຢີໃຫມ່ ຖ່າຍໂອນຂໍ້ມູນທີ່ໄວທີ່ສຸດ

ລາຍງານພິເສດ

ຫລາຍຄົນອາດຈະສົງໃນ ແລະ ຢາກໄດ້ລາຍລະອຽດກ່ຽວກັບ ເທັກໂນໂລຢີໃຫມ່ທີ່ໃຊ້ໃນ MacBook Pro ທີ່ເອີ້ນວ່າ Thunderbolt ນັ້ນມັນແມ່ນຫຍັງ?. ເຊິ່ງຈະເວົ້າໃຫ້ເຂົ້າໃຈງ່າຍໆ ມັນກໍ່ຄືເທັກໂນໂລຢີການຖ່າຍໂອນຂໍ້ມູນ ເຂົ້າ-ອອກ ຄວາມໄວສູງນັ້ນເອງ ( high-speed Thunderbolt I/O technology) ເຊິງມີຄວາມໄວຢູ່ທີ່ 10Gigabit ຕໍ່ວິນາທີ.

Thunderbolt ແມ່ນຫຍັງ ເປັນມາແນວໃດ ແລະ ການເຮັດວຽກເປັນແນວໃດ ?

Thunderbolt ພັດທະນາໂດຍ Intel ໂດຍກ່ອນຫນ້ານີ້ໃຫ້ຊື່ Code Name ເປັນ Light Peak ແລະນຳເຂົ້າສູ່ຕະຫລາດໂດຍການຮ່ວມມືດ້ານວີຊາການກັບ Apple. Thunderbolt ເປັນເທັກໂນໂລຢີ dual-protocol input/out put ຄວາມໄວສູງ, ອອກແບບເພື່ອຄວາມມີປະສິດທິພາບ, ສະດວກສະບາຍ, ຍືດຍຸ່ນ, ແລະທາງ Intel ກໍ່ບອກວ່າ ສາມາຖ່າຍໂອນຫນັງເລື່ອງຫນຶ່ງ ທີ່ມີຄຸນນະພາບລະດັບ HD ໄດ້ພາຍໃນເວລາຕຳກວ່າ 30ວິນານາ, ນອກນັ້ນຍັງບອກອີກວ່າ ສາມາດສຳຮອງໄຟລ໌ MP3 ທີ່ມີຄວາມຍາວຕໍ່ເຫນຶ່ອງກັນ 1ປີ ໄດ້ ໂດຍໃຊ້ເວລາພຽງ 10ນາທີເທົ່ານັ້ນ. ເມຶ່ອປຽບທຽບຄວາມໄວຂອງເທັກໂນໂລຢີ Thunderbolt ກັບເທັກໂນໂລຢີຖ່າຍໂອນຂໍ້ມູນຄວາມໄວສູງຕົວອື່ນໆແລ້ວ ຖືວ່າຫ່າງກັນຫລາຍ, ໄວກວ່າ USB2.0 ເຖິງ 20ເທົ່າ, ໄວກວ່າ USB 3.0 ເຖິງສອງເທົ່າ, ນອກນັ້ນຍັງ Firewire 800 ເຖິງ 12ເທົ່າ (ສາມາດເບິງຕາລາງການປຽບທຽບໄດ້).

ຂໍ້ດີ ແລະ ຂໍ້ເສຍຕ່າໆຂອງ Thunderbolt

Thunderbolt ໃຊ້ງານຫລັກໃນໂຫມດຂອງພອດ Mini Display ແລະ PCI Express ເຊິ່ງນອກຈາກນັ້ນຍັງສາມາດຮອງຮັບພອດປະເພດຕ່າງໆໄດ້ ເຊັ່ນ: DisplayPort, DVI, HDMI, ແລະ VGA ອີກດ້ວຍ. ພ້ອມນັ້ນຍັງສາມາດ ສະຕຼີມວິດີໂອ ຫລື ໄຟລ໌ຕ່າງໆໃນຊ່ອງທາງດຽວກັນ ແລະ ພ້ອມກັນໄດ້ອີກດ້ວຍ ໂດຍຈຳກັດຄວາມໄວແຊກັນຢຸ່ທີ່ 10Gbps ແລະສາມາດຕໍ່ພວງໄດ້ສູງສຸດ 6ອຸປະກອນ.ຂໍ້ເສຍຂອງມັນຄືໃຊ້ໄຟ 10Watt ເຊິ່ງຫລາຍກວ່າ FireWire ທີ່ໃຊ້ງໄຟພຽງ 8Watt ແລະ USB ພຽງ 5watt ເທົ່ານັ້ນ.

Thunderbolt ມີການໃຊ້ກັນແຜຫລາຍສຳໃດ ?

ປະຈຸບັນ Thunderbolt ຍັງຖືເປັນເທັກໂນໂລຢີໃຫມ່ ແລະ Apple ກໍ່ເປັນບໍລິສັດທຳອິດທີ່ໄດ້ນຳມາໃຊ້ງານ ແລະນອກນັ້ນກໍ່ຍັງມີ Promise Technology, Inc., ແລະ ກໍ່ LaCie ທີ່ກຳລັງຈະວາງຂາຍ ອຸປະກອນເກັບຂໍ້ມູນທີ່ໃຊ້ເທັກໂນໂລຢີ Thunderbolt. ແລະນອກຈາກນັ້ນ Intel ຍັງບອກວ່າ Thunderbolt ກຳລັງຈະລົງໃນເຄື່ອງ PC (ເຊິ່ງປະຈຸບັນໃຊ້ງານໄດ້ແລ້ວ ແຕ່ຕ້ອງມີອຸປະກອນເພີ່ມເຂົ້າໄປ), ແລະອຸປະກອນຕ່າງໆ ໃຫ້ຮອງຮັບທົວເຖິງກັນໄປ.

 

ທີ່ມາ ແລະ ລາຍລະອຽດ – Intel

ລອງອ່ານກ່ຽວກັບ  ເຕືອນຫນູ່ມໆທີ່ວາງແລບທອັບໄວ້ເທິງຫນ້າຕັກ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.