ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ມາແລ້ວ The Daily ວາລະສານລາຍວັນ ເທິງອຸປະກອນ iPad

iOS Apps, ຂ່າວໄອທີ

ລ່າສຸດເປີດໂຕແລ້ວ ສຳລັບ The Daily ວາລະສານລາຍວັນ ເທິງ iPad ເຊິ່ງຈະເປັນວາລະສານລາຍວັນ ທີ່ຄ້າງຄືກັບຫນັງສືພິມ ແລະ ຈະມີການອັບເດດແບບ Real Time ຄືກັບເວັບໄຊຕ໌ ສົ່ງຕົງເຖິງ iPad ທຸກມື້ ພ້ອມສາມາດຈັດເກັບໄວ້ເບິງຍ້ອນຫລັງໄດ້ອີກດ້ວຍ.

The Daily ນີ້ສ້າງຂຶ້ນໂດຍການຜະສົມຜະສານກັນລະຫວ່າງ ຂ່າວ ແລະ ຮູບພາບ ວິດີໂອ ຄອນເທັ້ນຕ່າງໆ, ສຳລັບເນຶ້ອຫາໃນ The Daily ນີ້ ຈະມີເນຶ້ອຫາໃນຫລາຍໆດ້ານ ບໍ່ວ່າຈະເປັນກິລາ, ບັນເທີງ, ດາລາ, ຂ່າວດ່ວນປະເດັນຮ້ອນຕ່າງໆ,​​ Application, ເກມ ລວມໄປເຖິງບັນດາເນຶ້ອຫາກ່ຽວກັບເທັກໂນໂລຢີ ແລະອື່ນໆອີກ. ຈຸດເດັ່ນໆຂອງ The Daily ນີ້ກໍ່ຄື ຈະມີການນຳຮູບພາບແບບ 360ອົງສາ ມາປະກອບ ໃຫ້ສາມາດຫມຸນເບິງໄດ້ຕາມທັດສະນະ ແລະ ວິດີໂອ ແບບ HD ມາປະກອບເນຶ້ອຫາອີກດ້ວຍ. ນອກນັ້ນຜູ້ໃຊ້ຍັງສາມາດຈັດເກັບໄວ້ອ່ານຕາມຫລັງໄດ້ ແລະ ຈະມີເກມປິດສະຫນາໃຫມ່ໆ ລວມໄປເຖິງ Sudoku ມາອັບເດດໃຫ້ແກ້ໄຂປັນຫາກັນທຸກມື້.

The Daily ຈະຈັດສົ່ງຕົງເຖິງ iPad ຂອງທ່ານທຸກມື້ ໂດຍຄິດຄ່າບໍລິການພຽງແຕ່ $0.99 ຕໍ່ຫນຶ່ງອາທິດ ຫລື ປະມານ 8ພັນກີບເທົ່ານັ້ນ, ຫາກຕ້ອງການຈ່າຍລາຍປີກໍ່ພຽງແຕ່ $39.99 ຕໍ່ປີ, ແຕ່ປະຈຸບັນ ຫາກໃຜດາວໂຫລດ App ຂອງ The Daily ສາມາດຕິດຕາມໄດ້ ຟຼີເປັນເວລາສອງ ອາທິດ ສ່ວນ App The Daily ນັ້ນສາມາດເຂົ້າໄປໂຫລດໄດ້ຟຼີ ທີ່ App Store ຫລື ຈະເຂົ້າໄປຕາມລິ້ງທີ່ຢູ່ນີ້ເລີຍກໍ່ໄດ້ http://itunes.apple.com/us/app/the-daily/id411516732?mt=8

ທີ່ມາ: Engadget

ລອງອ່ານກ່ຽວກັບ  Google Translate App ສຳລັບແປພາສາໃນ iPhone ມາແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.