ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ກົມພາສີອາກອນລາວ ຈະໃຊ້ເຄືອຂ່າຍອີນເຕີເນັດ ເກັບຂໍ້ມູນ ສີນຄ້າ ເຂົ້າ-ອອກ

ຂ່າວໄອທີ

ກົມພາສີ ອາກອນ ສປປລາວ ຈະໃຊ້ລະບົບ ເຄືອຂ່າຍອີນເຕີເນັດ ໃນການເກັບ ຂໍ້ມູນ ສີນຄ້າ ເຂົ້າ-ອອກ. ທ່ານ ບຸນປະເສີດ ສີນກຸນນະບຸດ ຫົວຫນ້າຜະແນກການ ຄຸ້ມຄອງ ການນຳເຂົ້າ-ສົ່ງອອກ ສີນຄ້າ ທີ່ກົມພາສີອາກອນ ສປປລາວ ກ່າວວ່າ ທາງຫ້ອງການ ຈະໃຊ້ລະບົບ ເຄືອຂ່າຍ ອີນເຕີເນັດ ທີ່ເອີ້ນວ່າ ລະບົບ AsiGoDA ເກັບກຳຂໍ້ມູນ ພາສີສີນຄ້າ ເຂົ້າ-ອອກ ຕາມດ່ານຕ່າງໆ ໃນລາວ, ເພື່ອອຳນວຍ ຄວາມສະດວກໃຫ້ແກ່ ຜູ້ປະກອບການ ແລະ ເຈົ້າຫນ້າທີ່ ໃນການກວດກາ ສີນຄ້າເຂົ້າ-ອອກ. ດັ່ງທ່ານກ່າວ ໃນຕອນຫນື່ງວ່າ:

“ການນຳໃຊ້ ລະບົບດ່ັງກ່າວ ໃຫ້ຄວາມ ສະດວກແກ່ຜູ້ ປະກອບການ ນັ້ນຄື; 1-ຫລຸດຜ່ອນການໃຊ້ ລະບົບເຈັ້ຍສໍ ຕໍ່ໄປພວກເຮົາ ຈະເຊື່ອມໂຍງຕິດຕັ້ງ ລະບົບໄປສູ່ ລະບົບ ອາຊິໂກດ້າ ຂອງແຕ່ລະ ບໍຣິສັດ ນັ້ນຄື ຜູ້ປະກອບ ການ ກໍ່ບໍ່ຈຳເປັນ ຈະຕ້ອງເດີນທາງ ໄປດ່ານ”.

ທ່ານກ່າວ ຕໍ່ໄປວ່າ ການດຳເນີນການ ແຈ້ງຂໍ້ມູນ ຂອງສີນຄ້າ ໃນເຄືອຂ່າຍ ອີນເຕິເນັດ ລະບົບ ອາຊີໂກດ້າ ເປັນການອຳນວຍຄວາມສະດວກ ໃຫ້ແກ່ທຸກພາກສ່ວນທີ່ກ່ຽວຂ້ອງ ທັງກຸ່ມຜູ້ປະກອບການ ແລະ ເຈົ້າຫນ້າທີ່ພາສີໃນການນຳເຂົ້າ ແລະ ສົ່ງອອກສີນຄ້າ ຕາມດ່ານຕ່າງໆ ແລະ ກໍ່ເປັນການ ຍົກລະດັບ ການຂົນສົ່ງສີນຄ້າໃຫ້ໄດ້ ມາດຕະຖານສາກົນນຳອີກ. ໃນຂະນະດຽວກັນ ກໍ່ເປັນການແກ້ໄຂ ບັນຫາ ການຫລ້າຊ້າ ຈາກຂັ້ນຕອນ ການເຮັດວຽກຂອງເຈົ້າຫນ້າທີ່ ຕາມດ່ານໃນລາວ ແລະກໍ່ເປັນການງ່າຍ ໃນການກວດກາສີນຄ້ານຳອີກ.

ໃນວັນທີ 22 ກຸມພາ ກົມພາສີອາກອນ ກະຊວງການເງີນ ສປປລາວ ກໍ່ຈະເຊັນສັນຍາ ກັບອົງການສະຫະປະຊາຊາດ ຫ້ອງການການຄ້າ ແລະ ການພັທນາ ໃຫ້ມາຕິດຕັ້ງການໃຊ້ຣະບົບ ອັຕຕະໂນມັດດັ່ງກ່າວ ໃນການຄຸ້ມຄອງຂໍ້ມູນດ້ານພາສີ ຂອງສີນຄ້າທີ່ຈະສົ່ງເຂົ້າຕາມ ດ່ານຕ່າງໆໃນລາວ.

ໂຄງການດັ່ງກ່າວ ຈະຕິດຕັ້ງໃຫ້ແລ້ວຕາມດ່ານໃນທົ່ວປະເທດ ພາຍໃນ 5 ປີຂ້າງຫນ້າ ຊື່ງໃນປັດຈຸບັນ ກົມພາສີກຳລັງຕຽມການສິດສອນພະນັກງານ ກ່ຽວກັບການໃຊ້ລະບົບນີ້ ໃຫ້ມີຄວາມຊໍານານ  ແລະ ທັນສມັຍຫລາຍຂື້ນ.

ທີ່ມາ – RFA.ORG

ລອງອ່ານກ່ຽວກັບ  iPad ແລະ iPhone 4 ເຮັດໃຫ້ແພດຟອລ໌ມ iPhone ເກີດ fragmentation

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.