ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Sony Ericsson Xperia Play ກຳລັງຈະເປີດໂຕ 13ກຸມພາ ນີ້

ຂ່າວໄອທີ, ໂທລະສັບ

ລາຍງານຂ່າວລາສຸດທາງ Sony ໄດ້ເຮັດໂຄສະນາອອກມາແລ້ວ ສຳລັບໂທລະສັບມືຖື Ericsson Xperia Play ທີ່ເປັນຂ່າວວ່າເປັນ PSP Phone ຄວາມຈິງແລ້ວມັນເປັນພຽງໂທລະສັບ ທີ່ມາກັບລະບົບປະຕິບັດການ Android ທີ່ສາມາດເຊື່ອມຕໍ່ກັບຫລິ້ນເກມໃນ PSP ເທົ່ານັ້ນ. ຢ່າງໃດກໍ່ຕາມ ໃນໂຄສະນາດັ່ງກາວຈະຈັດອອກມາໃນຄອນເຊັບແບບຫລອນໆຫນ້ອຍຫນຶ່ງ ເຊິ່ງກ່ອນຫນ້ານີ້ກໍ່ມີໂຄສະນາຂອງ PS3 ທີ່ໃຊ້ຄອນເຊັບຫລອນໆຄ້າຍໆກັນ (ວິດີໂອ ທ້າຍຂ່າວ).

ນອກຈາກໂຄສະນາແລ້ວກໍ່ຍັງມີກຳນົດວັນເປີດໂຕຢ່າງເປັນທາງການແລ້ວ ເຊິ່ງວັນເປີດໂຕຢ່າງເປັນທາງການຂອງ Sony Ericsson Xperia Play ແມ່ນວັນທີ່ 13ກຸມພາ ທີ່ຈະເຖິງນີ້.

ທີ່ມາ: Engadget

ລອງອ່ານກ່ຽວກັບ  ສະຖິຕິຄີເວິດທີ່ຄົນຄົ້ນຫາຫຼາຍທີ່ສຸດ ໃນປີ2010 ຂອງ Google

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ລາຄາກະຄົງຈະສູງຕາມເຄີຍ SONY ຊະຢ່າງບໍ່ເຄີຍຂາຍຂອງຖືກຢູ່ແລ້ວ ເວົ້າຕົງໆເລີຍຖ້າລາຄາກາຍ 6 ລ້ານກີບຂື້ນໄປຄົງຈະໄປໄດ້ຢາກໃນຕະຫລາດບ້ານເຮົາ ຖ້າສູງກ່ວານີ້ຕື່ມເງິນອີກໜ້ອຍໜຶ່ງກະໄດ້ iphone 4 ແລ້ວ ດ້ານການໃຊ້ງານ iphone 4 ກະເທບກ່ວາອີກ.

Leave a Reply to thypomepon Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.