ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Sony ເປີດໂຕໂທລະສັບມືຖື ຕະກຸນ Xperia ສາມລຸ້ນ ໃນງານ MWC

ຂ່າວໄອທີ, ໂທລະສັບ

ລ່າສຸດໃນງານ MWC 2011(Mobile World Congress 2011) ທາງ Sony Ericsson ໄດ້ເປີດໂຕໂທລະສັບມືຖືຕະກຸນ Xperia ເຊິ່ງໄດ້ແກ່: Xperia Play, Xperia Neo, Xperia Pro ເຊິ່ງແຕ່ລະລຸ້ນນັ້ນຈະເນັ້ນການໃຊ້ງານໄປຄົນລະແບບ ແຕ່ເບິງສະເປັກແລ້ວຖືວ່າຫນ້າສົນໃຈ ແລະ ເປັນຕາຢາກໄດ້ມາເປັນເຈົ້າຂອງແນ່ນອນ.

Xperia Play

ໂທລະສັບມືຖືທີ່ເປັນຂ່າວລື ແລະ ມີຮູບລຸດກັນມາຫລາຍໆຮອບ ຈົນໃນທີ່ສຸດກະເປີດໂຕຢ່າງເປັນທາງການແລ້ວ. ສຳລັບ Xperia Play ຈະມາໃນຄາບຂອງ PSP Phone ເຊິ່ງເປັນໂທລະສັບໃນຕະກຸນ Android ລຸ້ນທຳອິດທີ່ຮອງຮັບຟີເຈີຼ Playstation Suite.  ເຊິ່ງຈະມາກັບ CPU ຫລືຫນ່ວຍປະມວນຜົນ Snapdragon 1GHz, Ram 512MB, ຫນ້າຈໍ 4ນິ້ວ ຄວາມລະອຽດຢູ່ທີ່ 480×854, ມີຈອຍສະຕິກ ຫລື ມືເກມ(ຕາມພາສາລ້ານເຮົາ) ໃນໂຕ ແລະສາມາດສະໄລ໌ເຂົ້າອອກໄດ້ ຄ້າຍຄືກັບ PSP GO, ມີກ້ອງຫນ້າ ແລະ ຫລັງ 5ລ້ານພິກເຊວ, ຮອງຮັບ Micro SD Card ລະບົບປະຕິບັດການເປັນ Android 2.3 ແລະແນ່ນອນ ສາມາດຫລິ້ນເກມ PlayStation ໄດ້ຜ່ານ PlayStation Suite ໄດ້. ສຳລັບແຟນໆ PSP ຫລືຄໍເກມແບບຮາດຄໍ ຕ້ອງມີໄວ້ຈັກເຄື່ອງ.


Xperia Neo

ໂທລະສັບທີ່ເຕັມປ່ຽມໄດ້ດ້ວຍ ມັນຕິມີເດຍ ເພາະມີກ້ອງຫນ້າ-ຫລັງ ລະອຽດເຖິງ 8ລ້ານພິກເຊວ ພ້ອມກັບ Flash, ຮອງຮັບການຫລິ້ນ ແລະ ບັນທຶກວິດີໂອ ແບບ HD ໄດ້ ແຖມຍັງບັນທຶກຮູບແລະ ວິດີໂອໄດ້, ນອກນັ້ນ Xperia Pro ຍັງໃຊ້ຫນ່ວຍປະມວນຜົນ Snapdragon ຂະຫນາດ 1GHz, ແລະມາກັບຫນ້າຈໍຂະຫນາດ 4ນິ້ວ ທີ່ລະອຽດລະດັບ Retina Display ພ້ອມກັບ Sony’s mobile Bravia engine ທີ່ຈະຊ່ວຍໃຫ້ຜູ້ໃຊ້ໄດ້ປະສົບການ ຄວາມເປັນ ມັນຕິມີເດຍຫລາຍຂຶ້ນ, ນອກນັ້ນຍັງມີພອດ HDMI ສຳລັບຕໍ່ໃສ່ຈໍພາບພາຍນອກ ແລະ ຈະມາກັບລະບົບປະຕິບັດການ Android 2.3

Xperia Pro

ອອກມາເປັນລຸ້ນທ໊ອບ ທີ່ເສີມອອກມາຈາກ Xperia Neo ນັ້ນເອງ ເຊິ່ງຈະມີສະເປັກ ແລະ ຫນ້າຕາຄ້າຍໆກັນເກືອບທຸກຢ່າງ ແຕ່ Xperia Pro ຈະມາກັບຄີບອດສະໄລ໌ອອກດ້ານຂ້າງ ສຳລັບຂາແຊັດ ແລະ ເນັ້ນຕະຫລາດ ສື່ສັງຄົມອອນໄລນ໌ ຕ່າງໆ, ເຊັ່ນ Facebook, twitter, MSN ແລະ ອື່ນໆ.

ແຕ່ລະລຸ້ນທີ່ກ່າວມານັ້ນ ອາດຈະເລີ່ມວາງຂາຍໃນຊ່ວງເດືອນ ມີນາ ທີ່ຈະຮອດນີ້, ຫາກໃຜກຳລັງຈະຊື້ໂທລະສັບໃຫມ່ ກໍ່ລອງເບິ່ງສາມເຄື່ອງນີ້ໄວ້ເປັນໂຕເລືອກ ເພາະຄິດວ່າ Sony ມາຖືກທາງແລ້ວ ຫາກລາຄາບໍ່ສູງເກີນໄປ.

ທີ່ມາ: BGR

ລອງອ່ານກ່ຽວກັບ  SONY ປະກາດຍອດຂາຍ PlayStation 3 ແລະ PlayStation Move

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.