ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Nokia ປ່ຽນປະທານບໍລິສັດ Nokia USA ຄົນໃຫມ່ເປັນ Chris Weber

ຂ່າວດ່ວນ

ຫລັງຈາກໄດ້ຈັບມືກັບ Microsoft ແລ້ວ Nokia ກໍ່ໄດ້ດຳເນີນການຫລາຍໆຢ່າງ ແລະ ອາດຈະເປັນການປ່ຽນແປງຄັ້ງປະຫວັດສາດ ຂອງ Nokia ເລີຍກໍ່ວ່າໄດ້. ເຊິ່ງປະຈຸບັນໄດ້ມີການປ່ຽນຕຳແຫນ່ງປະທານ ຜູ້ບໍລິຫານ Nokia USA ຫລື ໂນເກຍ ໃນອາເມລິການນັ້ນເອງ.

ລາຍງານລ່າສຸດບອກວ່າ ທາງ Nokia ໄດ້ປະກາດແຕ່ງຕັ້ງໃຫ້ Chris Weber ເປັນປະທ່ານບໍລິສັດ Nokia USA ແລະ ເປັນຫົວຫນ້າການຕະຫລາດໃນ ອາເມລິກາເໜຶອ ເຊິ່ງຂຶ້ນແທນຄົນເກົ່າ ທີ່ຊື່ວ່າ Mark Louison. Chris Weber ເປັນອະດີດຜູ້ບໍລິຫານງານ ລະດັບສູງໃນ Microsoft ມາເປັນເວລາກວ່າ 16ປີ ແລະ ໄດ້ດຳລົງຕຳແຫນ່ງລະດັບສູງ ຫລາຍຕຳແຫນ່ງດ້ວຍກັນ ບໍ່ວ່າຈະເປັນ ທາງດ້ານການຂາຍ, ການຕະຫລາດ ແລະ ການບໍລິການ.

ທີ່ມາ: ​Engadget

ລອງອ່ານກ່ຽວກັບ  Nokia ອອກ Nokia Software Updater ລຸ້ນ Beta ສຳລັບ Mac ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.