ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Nokia ແລະ Microsoft ຈັບມືກັນ ອອກ Nokia Windows Phone 7

ຂ່າວໄອທີ

ລ່າສຸດມີຂ່າວທີ່ອາດຈະເຮັດໃຫ້ແຟນໆ Nokia ແລະ ຜູ້ຖືຫຸ້ນ Nokia ເຮ ແລະ ດີໃຈພໍສົມຄວນ ເມຶ່ອ Nokia ບໍລິສັດຜູ້ຜະລິດໂທລະສັບມືຖືອັນດັບຫນຶ່ງຂອງໂລກ ແລະ Microsoft  ຜູ້ພັດທະນາລະບົບປະຕິບັດການ ເຂົ້າມາຈັບມືກັນໂດຍອອກມາປະກາດໂດຍ Stephen Elop (CEO ຂອງ Nokia) ແລະ Steve Ballmer.

ນອກຈາກຈະມາຈັບມືກັນພັດທະນາ Windows Phone 7 ກັບ Nokia ແລ້ວ ທາງ Nokia ຍັງຈະເອົາ Windows Phone 7 ເປັນກົນລະຍຸດຫລັກຂອງໂທລະສັບມືຖື Nokia ອີກດ້ວຍ. ພາບທີ່ເຫັນກໍ່ຄື ເຮົາຈະໄດ້ເຫັນໂທລະສັບມືຖື Nokia ທີ່ໃຊ້ລະບົບປະຕິບັດການ Windows Phone 7 ແລະ ຍັງຈະມີອີກຫລາຍໆລຸ້ນຈາກ Nokia ແລະ ຈະຊ່ວຍໃຫ້ Nokia ກັບມາຍາດຊີງເອົາຍອດສ່ວນແບ່ງຕະຫລາດທີ່ເສຍໄປໃນຫລາຍປີທີ່ຜ່ານມາ. ນອກຈາກລະບົບປະຕິບັດການໃນໂທລະສັບມືຖືຂອງ Nokia ແລ້ວ. ທັງສອງບໍລິສັດອາດຈະ ຮວມບໍລິການຕ່າງໆຂອງທັງສອງບໍລິສັດເຂົ້າດ້ວຍກັນເຊັ່ນ: Ovi Maps, Ovi Store, Bring, Market Place, Xbox Live ແລະອື່ນໆອີກ.

ໃນແງ່ຂອງຜູ້ຂຽນເອງຄິດວ່າ ໃນການຈັບມືກັນເທຶ່ອນີ້ ອາດຈະເຮັດໃຫ້ Nokia ແລະ Microsoft Windows Phone 7 ກັບມາມີສ່ວນແບ່ງ ແລະ ຄອງຕະຫລາດໂທລະສັບມືຖື ໃນອານາຄົນທາງຫນ້ານີ້, ແຕ່ອາດຈະຊ້າຫນ້ອຍຫນຶ່ງ. ແຕ່ຢ່າງໃດກໍ່ຕາມ ເຮົາກໍ່ຕ້ອງຖ້າເບິງຕໍ່ໄປວ່າການເດີມເກມກ້າວທຳອິດ ລະຫວ່າງ Nokia ແລະ Microsoft ຈະເປັນແນວໃດ. ແຕ່ Nokia ເອງກໍ່ຍັງບໍ່ຖິ້ມ MeeGo ທີ່ຢູ່ໃນຂັ້ນຕອນພັດທະນາ ແລະ Symbian ແລະຈະຍັງສືບຕໍ່ວາງຂາຍ ໂທລະສັບມືຖື ທີ່ໃຊ້ລະບົບປະຕິບັດການ Symbian ຕໍ່ໄປ ແລະ MeeGo ກໍ່ກຳລັງຈະສຳເລັດພາຍໃນປີນີ້. ແຕ່ຄຳຖາມທີ່ອາດຈະມີຫລາຍຄົນສົງໃສ ລວມທັງຜູ້ຂຽນເອງກໍ່ຄື ເປັນຫຍັງ Nokia ບໍ່ເລືອກ Android ເພາະປະຈຸບັນ​ Android ກັບລັງມາເປັນອັນດັບຕົ້ນໆ ແລະ ກໍ່ໄດ້ຜົນຕອບຮັບທີດີໃນປະຈຸບັນ.

ທີ່ມາ: Engadget

ລອງອ່ານກ່ຽວກັບ  RIM ໂຕ້ ຈອບສ໌ ແລະ ບອກ BlackBerry ບໍ່ຕ້ອງໃສ່ຊອງ ກໍໂທໄດ້ດີ

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ເປັນທີ່ໜ້າຈັບຕາມອງເປັນພິເສດສຳລັບລະບົບປະຕິບັດການໃໝ່ໃນມືຖືຂອງ Nokia.
    ຈາກປະຊົບການທີ່ໄດ້ໃຊ້ໃນຫລາຍໆຫລຸ້ນທີ່ຜ່ານມາບໍ່ວ່າຈະເປັນຕະກຸນ n x e ທີ່ Nokia ໄດ້ຜະລິດອອກມານັ້ນ
    ກະຍັງມີບາງບັນຫາທີ່ແກ້ບໍ່ຕົກ ໂດຍສະເພາະບັນຫາເຄື່ອງຄ້າງ ບາງຄັ້ງຈົນໄດ້ຖອດແບັດອອກ, ບັນຫາການຈັດເກັບພາບຖ່າຍທີ່ຊ້າ ຈົນເຄື່ອງດັບໄປເອງ, ຄວາມຄົມຊັດຂອງພາບຖ່າຍຈາກກ້ອງບໍ່ຊັດເຈນແມ່ນແຕ່ n8 ເອງຖ້າທຽບກັບ iphone 4 ທີ່ມີຄວາມລະອຽດທີ່ຕ່ຳກ່ວາແຕ່ຜົນໄດ້ຮັບທີ່ອອກມາຄວາມຊັດເຈນຂອງພາບເກືອບວ່າພໍໆກັນ ແຕ່ກະມີຂໍ້ດີຢູ່ຕົງທີ່ການປະກອບຂອງຕົວເຄື່ອງມີຄວາມທົນທານ.

  2. ອັນທີ່ຄ້າງນັ້ນ ອາດຈະເປັນຍ້ອນ ລະບົບປະຕິບັດກາ່ນ ຫລື ບໍ່ກໍ່ເປັນເພາະ ສະເປັກເຄື່ອງທີ່ຕ່ຳ. ແຕ່ກໍ່ເບິງຕໍ່ໄປວ່າ Nokia ສິອອກໂທລະສັບ Windows Phone 7 ອອກມາໄດ້ດີສ່ຳໃດ. ເພາະຫລັກໆແມ່ນຂຶ້ນກັບການອອກແບບ ຕົວເຄື່ອງ ແລະ ຮາດແວ

Leave a Reply to thypomepon Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.