ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ລືກັນຕະຫລອດ MacBook Pro ຈະແຍກລະບົບປະຕິບັດການໄວ້ໃນ SSD

ຂ່າວໄອທີ

ມີຂ່າວມາໃຫ້ລືກັນອີກຮອບແລ້ວ ສຳລັບ MacBook Pro ລຸ້ນໃຫມ່ທີ່ມີຂ່າວວ່າຈະເລີ່ມວາງຂາຍ ໃນວັນພະຫັດນີ້ ເຊິ່ງກໍ່ອາດຈະເປັນໄປໄດ້ວ່າ ເປີດໂຕ ແລະວາງຂາຍ ເພຶ່ອສະຫລອງວັນຄ້າຍວັນເກີດຂອງ Steve Jobs CEO ຂອງ Apple. ແລະ ລ່າສຸດ ກໍ່ມີຂ່າວອອກ ເຊິ່ງເຜີຍສະເປັກ ຂອງ MacBook Pro ອອກມາບາງສ່ວນ ເພຶ່ອໃຫ້ຫລາຍຄົນໄດ້ລຸ້ນກັນຫລິ້ນໆ.

ສຳລັບສະເປັກທີ່ລືກັນອອກມາຂອງ MacBook Pro ນີ້ໄດ້ລະບຸວ່າ MacBook Pro ຈະມາເກັບ ແລະ ໂຫລດ ລະບົບປະຕິບັດການຈາກ SSD ຂະຫນາດ 8-16GB ສ່ວນການເກັບຂໍ້ມູນອື່ນໆຈະໃຊ້ Hard Disk ແບບເກົ່າທີ່ເຄີຍໃຊ້ມາ ເຊິ່ງອາດຈະເພີ່ມຂະຫນາດໃຫ້ຫລາຍຂຶ້ນ, ແລະ ອາດຈະມີ MacBook Pro ລຸ້ນທີ່ໃຊ້ SSD ຢ່າງດຽວໄວ້ເປັນຕົວເລືອກໃຫ້ອີກດ້ວຍ. ນອກນັ້ນ ຕາມລາຍງານຍັງບອກອີກວ່າ MacBook Pro ລຸ້ນທີ່ກຳລັງຈະວາງຂາຍໃຫມ່ນີ້ຈະ ມີໃຫ້ແຍກເປັນ 5ລຸ້ນ, ພ້ອມກັບມີນຳຫນັກທີ່ເບົ່າກວ່າລຸ້ນເກົ່າເຖິງ 0.2kg ແລະ ຈະມາກັບ Trackpad ແບບໃຫມ່ ແລະ ໃຫຍ່ກວ່າເກົ່າ.

ທີ່ມາ – BGR

ລອງອ່ານກ່ຽວກັບ  ແທັບເລັດໂຕທຳອິດຈາກ LG ກຳລັງຈະມາ ພ້ອມດ້ວຍ Honeycomb

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.