ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Windows Phone 7 ອອກຟີເຈີ Copy & Paste ໃຫ້ນັກພັດທະນາແລ້ວ

ຂ່າວໄອທີ, ໂທລະສັບ

ລ່າສຸດ Microsoft ກໍ່ໄດ້ປ່ອຍຟີເຈີ Copy & Paste ໃນຊຸດອັບເດດ Windows Phone 7 ສຳລັບນັກພັດທະນາແລ້ວ, ເຊິງໃນຟີເຈີນີ້ມີຢູ່ໃນລະບົບປະຕິບັດການອື່ນໆແລ້ວເຊັ່ນ:​ iOS ແລະ Android ເປັນຕົ້ນ. ການໃຊ້ງານ Copy & Paste ໃນ Windows Phone 7 ນັ້ນກໍ່ບໍ່ຍາກ ພຽງແຕ່ເອົານິ້ວມື ລາກໃສ່ຕົວອັກສອນທີ່ຕ້ອງການເພຶ່ອທາສີເອົາ ແລະ ກໍ່ໃຊ້ນິ້ວແຕະໄປທີ່ແທັບເພຶ່ອ Copy ເທົ່ານີ້ເອງ.

ຢ່າງໃດກໍ່ຕາມ ຍັງບໍ່ມີລາຍລະອຽດຈະອອກລຸ້ນແທ້ ຫລື ສຳລັບຜູ້ໃຊ້ທົ່ວໄປມື້ໃດ ແຕ່ວ່າຍອດຂອງການດາວໂຫລດເຄື່ອງມືດັ່ງກ່າວນັ້ນ ທະລຸຫນຶ່ງລ້ານເທຶ່ອໄປແລ້ວ ແລະຫລາຍສຳນັກຂ່າວກໍ່ລາຍງານອີກວ່າ ຜູ້ໃຊ້ທົວໄປອາດຈະໄດ້ອັບໃນໄວໆນີ້.

ທີ່ມາ: Engadget

ລອງອ່ານກ່ຽວກັບ  ຍອດການເປີດໃຊ້ Android ເພີ່ມຂຶ້ນເປັນ 3ແສນຕໍ່ມື້

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.