ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ເຜີຍໂສມກ່ອນເປີດໂຕ ສຳລັບ Galaxy S 2 ແລະ Galaxy Tab 2

ຂ່າວໄອທີ, ແທັບເລັດ, ໂທລະສັບ

ກ່ອນຫນ້ານີ້ເຮົາກໍ່ໄດ້ເວົ້າຂ່າວ ກ່ຽວກັບ Galaxy S 2 ແລະ Galaxy Tab 2 ໄປແລ້ວ, ແຕ່ລ່າສຸດມີພະນັກງານຂອງ Samsung ຫລື ພີເຊັນເຕີ ໄດ້ນຳເອົາ Galaxy S 2 ແລະ Galaxy Tab 2 ອອກມາໂຊ ກ່ອນເປີດໂຕໃນງານ WMC ທີ່ກຳລັງຈະຈັດຂຶ້ນ. ໂດຍໂຊກັນແບບຈະໆ ເຊິ່ງຫນ້າຕາ ແລະ ລາຍລະອຽດ ມີດັ່ງນີ້:

ສະເປັກຂອງ Samsung Galaxy S 2 ນັ້ນຈະໃຊ້ຫນ່ວຍປະມວນຜົນ ຫລື Cpu ເປັນ dual-core 1GHz ແລະ ຫນ້າຈໍ 4.3ນິ້ວ (ຂະຫນາດໂຕຈິງ 4.27ນິ້ວ) ເປັນຈໍ Super AMOLED WVGA, ມີຄວາມບາງທີ່ 8.49mm, ນ້ຳຫນັກ116g, ຮອງຮັບການເຊື່ອມຕໍ່ແບບໄຮ້ສາຍ HSPA+, Wi-Fi 802.11b/g/n, Bluetooth 3.0, ມາພ້ອມກັບກ້ອງ 8ລ້ານພິກເຊວ ສາມາດຖ່າຍວິດີໂອໄດ້ Full HD, ມີ gyroscope sensor, ມີສອງຂະຫນາດຄວາມຈຳໃຫ້ເລືອກຄື 16GB ແລະ 32GB.

ສ່ວນ Samsung Galaxy Tab 2 ນັ້ນຈະຈະມາກັບຫນ້າຈໍຂະຫນາດ 10.1ນິ້ວ ຄວາມລະອຽດ 1280×800, ມາກັບກ້ອງ 8ລ້ານພິກເຊວເຊັ່ນດຽວກັນ ແຕ່ຍັງບໍ່ໄດ້ລະບຸກ້ອງຫນ້າ, ມີລຳໂພງໃນໂຕ, ຈະສາມາດ ຫລິ້ນ ແລະ ບັນທຶກວິດີໂອໄດ້ແບບ Full HD ພ້ອມນັ້ນຍັງມາກັບ ລະບົບປະຕິບັດການ Android 3.0 Honeycomb.

ທີ່ມາ: Samsung Hub

ລອງອ່ານກ່ຽວກັບ  Adobe ຖອດໃຈໄຮ້ເງົາ Flash ເທິງ Iphone

Souliyo

Co-Founder and CTO of BIZGITAL and LOCA

Comments
    1. ມວຍຄູເອກນະ ຮະຮະ Tab ກັບ Pad.. S ກັບ iPhone 4 ກັບລຸ້ນຕໍ່ໄປ. ແຕ່ກະວ່າບໍ່ໄດ້ ຫາກ iPhone ລຸ້ນ ຕໍ່ໄປ ກັບ iPad ລຸ້ນຕໍ່ໄປອອກມາ ມັນອາດຈະດີກວ່າ S ກັບ Tab ກະໄດ້ ເພາະກະເຈົ້າເຮັດອອກມາສູ້ກັບໂຕເກົ່າ ຮະຮະຮະ ຕິດຕາມຕໍ່ໄປ.

Leave a Reply to ຄາວີ Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.