ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Microsoft ປ່ອຍ Windows 7 Service Pack 1 ໂຕເຕັມ ໃຫ້ອັບເດດແລ້ວ

ຂ່າວໄອທີ

ລ່າສຸດບໍ່ມີລາຍງານ ຈາກແຫລ່ງຂ່າວໃດໆ ແຕ່ເປັນລາຍງານຈາກຄອມພິວເຕີສ່ວນໂຕຂອງຜູ້ຂຽນເອງ ເຊິ່ງມີການແຈ້ງເຕືອນໃຫ້ອັບເດດ ແລ້ວກໍ່ໄດ້ເຂົ້າໄປເຊັກແລ້ວວ່າ ໃນນັ້ນມີຊຸດອັບເດດ Windows 7 Service Pack 1 ມານຳ ເຊິ່ງນັ້ນຫມາຍຄວາມວ່າ Microsoft ໄດ້ປ່ອຍໃຫ້ຜູ້ໃຊ້ທຸກຄົນອັບເດດຢ່າງເປັນທາງການກັນແລ້ວ ຫລັງຈາກທີ່ໄດ້ອອກ Windows 7 Service Pack 1 ໃຫ້ກັບສະມາຊິກໃນ MSDN ແລະ Technet ໄປແລ້ວໃນອາທິດທີ່ຜ່ານມາ.

ສຳລັບຜູ້ທີ່ໃຊ້ Windows 7 ຢູ່ແລ້ວ ກໍ່ສາມາດເຂົ້າໄປເຊັກອັບເດດ ໄດ້ທີ່ Windows Update ໂດຍເຂົ້າໄປທີ່ Start >> All Programs >> Windows Update ແລ້ວກໍ່ເລືອກເອົາໂຕອັບເດດ Windows 7 Service Pack 1 ແລ້ວກໍ່ກົດ OK.

ສ່ວນຄົນທີ່ຍັງໃຊ້ XP ຢູ່ ຫລື ຍັງບໍ່ໄດ້ໃຊ້ Windows 7 ຫລື ຢາກໂຫລດເກັບໄວ້ກໍ່ສາມາດເຂົ້າໄປດາວໂຫລດໂດຍຕົງໄດ້ທີ່ Microsoft http://www.microsoft.com/downloads ເຊິ່ງຂະຫນາດທັງຫມົດຂອງມັນກໍ່ຢູ່ທີ່ປະມານ 1953.3MB.

ແຕ່ໃນການເຂົ້າໄປອັບເດດ ຫລື ດາວໂຫລດ Windows 7 Service Pack 1 ນັ້ນຕ້ອງຜ່ານການກວດກາ ວ່າ Windows 7 ທີ່ທ່ານໃຊ້ງານຢູ່ນັ້ນເປັນຂອງແທ້ ຖືກຕ້ອງຕາມລິຂະສິດຫລືບໍ່ ຫາກທ່ານໃດທີ່ໃຊ້ຂອງລະເມີດລິຂະສິດຢູ່ກໍ່ອົດກັນໄປກ່ອນ ຫລື ບໍ່ກໍ່ໄປຊື້ຂອງແທ້ມາລົງ ແລ້ວກໍ່ອັບເດດສະ.

ລອງອ່ານກ່ຽວກັບ  ການວິໄຈເຜີຍ ການລະເມີດລິຂະສິດ EBOOK ເພີ່ມຫລາຍຂຶ້ນ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.