ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Microsoft ອອກ Windows Phone 7 Connector ສຳລັບ Mac

ຂ່າວໄອທີ

ລ່າສຸດ Microsoft ອອກ Windows Phone 7 Connector ສຳລັບເຊື່ອມຕໍ່ ແລະຈັດການຄອນເທັນຕ່າງໆ ລະຫວ່າງ Windows Phone 7 ກັບເຄື່ອງ Mac. ເຊິ່ງໃນເວີຊັ່ນນີ້ ຈະສາມາດໃຫ້ຜູ້ໃຊ້ ຖ່າຍໂອນໄຟລ໌ ແລະຄອນເທັ້ນຕ່າງໆເຊັ່ນ: ເພງ, ຮູບ, ວິດີໂອ ແລະອື່ນໆ ລວມທັງສາມາດໃຊ້ອັບເດດ Windows Phone 7 ໃຫ້ກັບໂທລະສັບຂອງຜູ້ໃຊ້ໄດ້ອີກດ້ວຍ.

ນອກຈາກນັ້ນ Windows Phone 7 Connector ຍັງສາມາດຖ່າຍໂອນຂໍ້ມູນ ເຊັ່ນ: ເພງ, ຮູບ, ວິດີໂອ, ລາຍການໂທລະທັດ, ແລະອື່ນໆທີ່ມີໃນ iTunes Library ແລະ iPhoto Library ໄປຍັງໂທລະສັບຂອງທ່ານໄດ້ ແລະນອກນັ້ນ Windows Phone 7 Connector ຍັງຮອງຮັບ Zune HD ເຄື່ອງຫລິ້ນເພງຂອງ Microsoft ໄດ້ອີກດ້ວຍ. ສຳລັບຜູ້ໃຊ້ Mac ແລ້ວມີ Windows Phone 7 (ອາດຈະມີຫນ້ອຍ) ກໍ່ສາມາດເຂົ້າໄປດາວໂຫລດໄດ້ທີ່ Mac App Store

ທີ່ມາ – Mac App Store

ລອງອ່ານກ່ຽວກັບ  Dell ຈະອອກແທັບເລັດ 10ນິ້ວ ແລະ Dell Streak 7 ຕຽມອັບເດດ Honeycomb

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.