ເລື່ອງລາວຂອງ TECH, STARTUP, ແລະ DIGITAL

LG ຈະເປີດໂຕ Optimus 3D ໂທລະສັບມືຖືຈໍສາມິຕິ ໃນງານ MWC

ຂ່າວໄອທີ, ໂທລະສັບ

ລ່າສຸດມີລາຍງານພ້ອມກັບຮູບຖ່າຍ ທີ່ຄາດວ່າຮູບຂອງໂທລະສັບ ດ້ານລຸ່ມນີ້ ຈະເປັນ LG Optimus 3D ໂທລະສັບມືຖື ທີ່ມີຫນ້າຈໍສາມາດສະແດງຜົນແບບສາມມິຕິໄດ້ ໂດຍບໍ່ຕ້ອງງໍ້ແວ່ນຕາ, ເຊິ່ງສະເປັກທີ່ເປີດເຜີຍອອກມາ ກໍ່ສູງພໍສົມຄວນ, ເຊິ່ງມີຫນ້າຈໍຂະຫນາດ 4.3ນິ້ວ ມາກັບຫນ່ວຍປະມວນຜົນ Dual Core ແລະ RAM ແບບ Multi-channel, ມີພອດ HDMI ແລະກ້ອງທາງດ້ານຫນ້າ.

ນອກຈາກ ຈະສາມາດສະແດງຜົນແບບສາມມິຕິໄດ້ແລ້ວ ຈາກລາຍງານຍັງບອກອີກວ່າ ຈະສາມາດບັນທຶກພາບຫລືວິດີໂອ ເປັນສາມມິຕິໄດ້ອີກດ້ວຍ, ສ່ວນລະບົບປະຕິບັດການນັ້ນ ແນ່ນອນຕ້ອງເປັນ Android ແຕ່ຍັງບໍ່ຮູ້ວ່າເປັນເວີຊັ່ນໃດ, ແລະ ຈະເປີດໂຕໃນໃນງານ MWC (Mobile World Congress) ທີ່ຈະຈັດຂຶ້ນໃນວັນທີ່ 14-17 ກຸມພາ ນີ້.

ທີ່ມາ: Phandroid

ລອງອ່ານກ່ຽວກັບ  Samsung ເປີດໃຫ້ດາວໂຫລດ ChatON Messaging ຢ່າງເປັນທາງການແລ້ວ.

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.