ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ເຄື່ອງມື Jailbreak iOS 4.2.6 ສຳລັບ iPhone 4 CDMA ອອກມາແລ້ວ

ຂ່າວດ່ວນ, ຂ່າວໄອທີ

ຂ່າວນີ້ອາດຈະບໍ່ກະທົບໃສ່ກັບອ້າຍນ້ອງລາວເຮົາປານໃດ ແຕ່ກໍ່ຢາກມາເລົ່າໃຫ້ຟັງວ່າ ລ່າສຸດທາງ Dev Team ໄດ້ປ່ອຍເຄື່ອງມືສຳລັບ Jailbreak iPhone 4 ລຸ້ນ CDMA ທີ່ວາງຂາຍກັບ Verizon ໃນປະເທດອາເມຣິກາແລ້ວ ທັ້ງໆ ທີ່ວັນເລີ່ມວາງຂາຍແມ່ນວັນທີ່ 10ກຸມພານີ້ ແຕ່ປະຈຸບັນກໍ່ມີບາງຄົນທີ່ໄດ້ຄອບຄອງແລ້ວ ເຄື່ອງມື້ນີ້ແມ່ນ Greenpois0n RC 5.4 ເຊິ່ງເປັນລຸ້ນສຳລັບ Jailbreak iOS 4.2.6 ທີ່ມາກັບ iPhone 4 ລຸ້ນ CDMA ຂອງ Verizon ເຊິ່ງຖືວ່າອອກມາເປັນຂອງຂວັນໃຫ້ກັບຄົນທີ່ຈະຊື້ iPhone 4 ລຸ້ນ CDMA ຂອງ Verizon ແລະ ອາດຈະເປັນສ່ວນຫນຶ່ງທີ່ຊ່ວຍເພີ່ມຍອດຂາຍໃຫ້ກັບ Verizon iPhone 4 ກໍ່ເປັນໄດ້ ແລະ ກ່ອນຫນ້ານີ້ກໍ່ອອກ Greenpois0n RC 5.2 ສຳລັບ Jailbreak iOS 4.2.1.

ຢ່າງໃດກໍ່ຕາມໃຜທີ່ອາໄສຢູ່ທາງອາເມຣິກາ ແລະ ກຳລັງຈະຊື້ຫລືໄດ້ມາແລ້ວ ກໍ່ສາມາດ ໄປດາວໂຫລດມາ Jailbreak ໄດ້ ໂດຍສອງລິ້ງທາງລຸ່ມນນີ້ ມີທັງເວີຊັນຂອງ Windows ແລະ ຂອງ Mac.

ດາວໂຫລດສຳລັບ Windows: http://dl.dropbox.com/u/12672792/download/gp_win_rc5_b4.zip

ດາວໂຫລດສຳລັບ Mac: http://dl.dropbox.com/u/12672792/download/gp_mac_rc5_b4.zip

ທີ່ມາ: Engadget

ລອງອ່ານກ່ຽວກັບ  Kinect ສຳຫລັບ Xbox 360 ຂາຍໄດ້ 1 ລ້ານອັນພາຍໃນ 10ມື້

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.