ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ໂຄງການ ITSD ຈັດງານມະກະກຳດ້ານໄອທີ ທີ່ ຄວສ, ວິທະຍາເຂດໂສກປ່າຫລວງ

ຂ່າວໄອທີ

ລາສຸດໂຄງການ ພັດທະນາຊັບພະຍາກອນມະນຸດ ເພື່ອອຸດສາຫະກໍາການບໍລິການໄອທີ ຢູ່ທີ່ມະຫາວິທະຍາໄລແຫ່ງຊາດລາວ  (ໂຄງການ ITSD) ພາຍໃຕ້ການຊ່ວຍເຫລືອ ຈາກອົງການຮ່ວມມືສາກົນຢີ່ປຸ່ນ (JICA), ກຳລັງຈະມີການຈັດງານມະຫາກໍາທາງດ້ານໄອທີຂຶ້ນ ທີ່ພາກວິຊາວິສະວະກຳຄອມ ພິວເຕີ ແລະ ເທັກໂນໂລຊີຂໍ້ມູນຂ່າວສານ, ຄະນະວິສະວະກຳສາດ (ວິທະຍາເຂດໂສກປ່າຫລວງ) ມະຫາວິທະຍາໄລແຫ່ງຊາດລາວ ໃນວັນທີ 11-12 ເດືອນມີນາ ປີ 2011.

ຈຸດປະສົງຫລັກ ຂອງງານຄັ້ງນີ້ ແມ່ນເພື່ອເປີດໂອກາດໃຫ້ເຍົາວະຊົນ-ຊາວໜຸ່ມໃຫ້ມີຄວາມຮູ້, ສ້າງໃຫ້ມີຄວາມສົນໃຈໃນການ ໃຊ້ໄອທີ ເຊິ່ງ ກໍາລັງເຂົ້າມາມີບົດບາດຫລາຍໆດ້ານໃນຊີວິດປະຈຳວັນ. ນັກຮຽນ-ນັກສຶກສາກໍ່ຄືເຍົາວະຊົນ-ຊາວໜຸ່ມ ສາມາດ ເຂົ້າຮ່ວມການປະຊຸມສົນທະນາ, ຮັບຟັງການສຳມະນາ ແລະ ເບິ່ງການວາງສະແດງທາງດ້ານໄອທີ ແລະ ເທັກໂນໂລຊີທີ່ ທັນສະໃໝ, ໂດຍການເຂົ້າຮ່ວມຟັງ ແລະ ເຂົ້າຮ່ວມ ສໍາມະນາ ແລະກິດຈະກໍາຕ່າງໆໄດ້ ໂດຍບໍ່ເສຍຄ່າໃດໆ, ສ່ວນລາຍລະອຽດຂອງງານດັ່ງກ່າວມີດັ່ງລຸ່ມນີ້:

ລາຍການຂອງການສໍາມະນາ

– ກ່ຽວກັບບົດລາຍງານການສຶສາຄົ້ນຄ້ວາກ່ຽວກັບສະພາບຕະຫລາດ ໄອທີ ຢູ່ ສປປ ລາວ
– ກ່ຽວກັບເຄັດລັບໃນການເຮັດທຸລະກິດທາງດ້ານ ໄອທີ ຢູ່ ສປປ ລາວ ຈາກຜູ້ປະສົບຜົນສໍາເລັດໃນທາງທຸລະກິດ ໄອທີ ຢູ່ ສປປ ລາວ
– ກ່ຽວກັບເຄັດລັບໃນການຄັດເລຶອກຊື່ຄອມພີວເຕີ ແລະ ເຕັກນິກຕ່າງໆກ່ຽວກັບການໝູນໃຊ້ ໄອທີ ໃນຊິວິດປະຈໍາວັນ
– ກ່ຽວກັບເຕັກໂນໂລຊີໄໝ່ຂອງ ໄອທີ ທາງດ້ານ Cloud Computing
– ກ່ຽວກັບເຕັກໂນໂລຊີຄວາມປອດໄພຂອງ ໄອທີ ທາງດ້ານ Internet Security (Malware)
– ກ່ຽວກັບການນໍາໃຊ້ພາສາລາວໃນໂທລະສັບມືຖື
– ກ່ຽວກັບການພັດທະນານັກວິຊາການທາງດ້ານ ໄອທີ
– ກ່ຽວກັບບົດການສຶກສາທາງດ້ານ ITC ຢູ່ຕາມມະຫາວິທະຍາໄລຕ່າງໆຂອງບັນດາປະເທດອາຊຽນ
– ແລະອື່ນໆອີກ

ລາຍການຂອງການເຮັດກິດຈະກໍາໂຕຈິງ

– ການເຮັດ Slide Show ຈາກກຮູບຖ່ານຍຂອງກ້ອງ Digital
– ການສ້າງ Computer Game ຈາກໂປຼແກຼມພາສາ C (ສໍາລັບຜູ້ທີ່ມີພື້ນຖານໃນການຂຽນໂປຼແກຼມພາສາ C)
– ການສໍາພັດກັບການນໍາໃຊ້ລະບົບ Wireless Netowrk ໃນຊິວິດປະຈໍາວັນ
– ແລະອື່ນໆອີກ

ລາຍການຂອງການວາງສະແດງ

– ການວາງສະແດງຊອບແວ ຄູ້ມຄ້ອງບັນຊີ ຄູ້ມຄ້ອງຊື່ຂາຍຍ່ອຍ ຄູ້ມຄ້ອງຮ້ານອາຫານໂຮງແຮມ ຄູ້ມຄ້ອງສາງ ແລະຊອບແວອື່ນໆ ທີ່ສ້າງມາຈາກຄົນລາວ
– ການວາງສະແດງການນໍາໃຊ້ພາສາລາວໃນໂທລະສັບມືຖື
– ເວັບໄຊທີ່ເປັນພາສາລາວ ວາລະສານທາງດ້ານ ໄອທີ ທີ່ເປັນພາສາລາວ
– ແລະອື່ນໆອີກ

ໝາຍເຫດ : ບາງລາຍການອາດມີການປ່ຽນແປງຕາມສະພາບໂຕຈິງ

ລາຍລະອຽດເພີ່ມເຕີມ ແລະ ທີ່ມາຂອງຂ່າວ: http://www.itsd.edu.la/IT_Festa

ລອງອ່ານກ່ຽວກັບ  ງານແຂ່ງຂັນ ພັດທະນາແຜນທີ່ປະເທດລາວ Lao Map Maker Competition

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.