ເລື່ອງລາວຂອງ TECH, STARTUP, ແລະ DIGITAL

iPad 2 ຍັງບໍ່ອອກ ຂ່າວລື iPhone 5 ກໍ່ອອກມາອີກຮອບແລ້ວ

ຂ່າວດ່ວນ

ລ່າສຸດມີລາຍງານອອກຈາກເວັບໄຊຕ໌ໃນປະເທດຈີນທີ່ໄດ້ເຜີຍຮູບສິ້ນສ່ວນ ຫລື ກອບຫນ້າຈໍ ທີ່ເຊຶ່ອວ່າເປັນຂອງ iPhone 5, ເຊິ່ງກອບຈໍ ທີ່ກ່າວເຖິງຢູ່ນີ້ມີຂະຫນາດແມ່ນມີການຂະຫນາດເທົ່າກັບ iPhone 4 ແຕ່ຈະເປັນການຂະຫຍາຍຄວາມກວ້າງຂອງຈໍໃຫ້ເປັນຂະຫນາດ 4ນິ້ວ ແລະ ເຮັດໃຫ້ຂອບດ້ານເທິງ-ລຸ່ມ ແລະ ສອງຂ້າງນັ້ນແຄບລົງຈາກເດີມ.

ແຕ່ຢ່າງໃດກໍ່ຕາມຂ່າວ ແລະ ຮູບດັ່ງກ່າວກໍ່ເປັນພຽງຂ່າວລືມ, ແຕ່ຜູ້ຂຽນເຫັນວ່າມັນຫນ້າຈະເປັນໄປໄດ້ເລີຍນຳມາອັບເດດໃຫ້ທ່ານຜູ້ອ່ານໄດ້ເບິງກັນວ່າມັນພໍຈະເປັນໄປໄດ້ບໍ່, ນອກຈາກຈະມີສິ້ນສ່ວນຂອງກອບຈໍ iPhone 5 ແລ້ວກໍ່ຍັງມີຄົນເຮັດພາບຕົວຢ່າງ ຫລື ພາບຈິນຕະນາການຂອງ iPhone 5 ອອກມາວ່າມັນຈະຫນ້າຕາລັກສະນະແບບຮູບທາງລຸ່ມນີ້

ທີ່ມາ – MacRumors ແລະ idealschina

ລອງອ່ານກ່ຽວກັບ  Dell ປ່ອຍ Honeycomb 3.2 ໃຫ້ກັບຜູ້ໃຊ້ Dell Streak 7 ອັບເດດແລ້ວ!

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.