ເລື່ອງລາວຂອງ TECH, STARTUP, ແລະ DIGITAL

iPhone 4 ໄດ້ລາງວັນ Best Mobile Device ໃນງານ MWC 2011

ຂ່າວດ່ວນ

ລ່າສຸດໃນງານ Mobile World Congress 2011 ທີ່ຈັດຢູ່ ບາເຊໂລນ່າ ປະເທດສະເປນ ເຊິ່ງໃນງານໄດ້ມອບລາງວັນຫລາຍສາຂາ ໃຫ້ກັບອຸປະກອນ ຕ່າງໆ ແລະ ກໍ່ຜູ້ຜະລິດອຸປະກອນ ແລະອື່ນໆອີກ (ຈະອັບເດດຕາມຫລັງ). ເຊິ່ງອັນທີ່ເຮັດໃຫ້ຫລາຍສຳນັກຂ່າວຮືຮາກັນ ກໍ່ຈະເປັນການໄດ້ຮັບລາງວັນ The Best Mobile Device ຂອງ iPhone 4 ແຫ່ງ Apple ນັ້ນເອງ.

ເຊິ່ງ iPhone 4 ສະນະລາງວັນນີ້ ໂດຍທີ່ບໍ່ໄດ້ນຳໄປວາງສະແດງໃດໆ ເຊິ່ງສ່ວນໃຫຍ່ໃນງານກໍ່ຈະເປັນບັນດາອຸປະກອນທີ່ໃຊ້ງານ ລະບົບປະຕິບັດການ Android ເຊິ່ງຫນ້າຈະມີຫນຶ່ງໃນນັ້ນທີ່ໄດ້ລາງວັນ, ແຕ່ໃນທີ່ສຸດທາງຜູ້ຕັດສິນກໍ່ຍົກລາງວັນ The Best Mobile Device ໃຫ້ກັບ iPhone 4 ເຊິງໃຫ້ເຫດຜົນວ່າ: ມີຈໍສະແດງຜົນທີ່ຄົມຊັດ, ການອອກແບບທີ່ຄົມ, ສ່ວນປະກອບຍອດຢ້ຽມ, ມີລະບົບນິເວດ ເສດຖະກິດທີ່ດີສຳລັບນັກພັດທະນາ, ມີການແຂ່ງຂັນທີ່ນັັກແຫນ້ນ ແລະ ຍັງປະສົບຄວາມສຳເລັດກວ່າລຸ້ນທີ່ຜ່ານມາ.

ທີ່ມາ – MWC Awards

ລອງອ່ານກ່ຽວກັບ  ພົບສິ້ນສ່ວນກອບຈໍຂອງ iPad 2 ເຊິ່ງບອກໃຫ້ຮູ້ວ່າ ຈະມີລຸ້ນທີ່ເປັນສີຂາວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.